ຮອງປະທານສະພາປະະຊາຊົນແຂວງ ລົງເຄື່ອນໄຫວຊຸກຍູ້ວຽກງານ ຢູ່ເມືອງທ່າພະບາດ

ໃນຕອນເຊົ້າວັນທີ 15 ຕຸລາ 2021 ທ່ານ ເລື່ອນວິໄລ ຈັນທະລາພັນ ຮອງປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ ໄດ້ສົມທົບກັບພະແນກການທີ່ກ່ຽວຂ້ອງຂັ້ນແຂວງ, ເມືອງ ລົງຕິດຕາມ – ກວດກາ ຊຸກຍູ້ວຽກງານຢູ່ເມືອງທ່າພະບາດ ໃນຊ່ວງການລະບາດຂອງພະຍາດໂຄວີດ 19.

ກ່ອນອື່ນ ທ່ານ ພ້ອມດ້ວຍຄະນະ ໄດ້ລົງໄປພົບປະຢ້ຽມຢາມ ໂຮງງານປຸງແຕ່ງ ນໍ້າຢາງພາລາ ເຂດບ້ານທວາຍໃຫຍ່ ແລະ ໂຮງງານ ປຸງແຕ່ງຢາງພາລາ ຂອງ ບໍລິສັດ ດຶຫ້ຽນ ຂອງເມືອງທ່າພະບາດ.

ຜູ້ຕາງໜ້າຈາກໂຮງງານ ໄດ້ລາຍງານສະພາບລວມໂດຍຫຍໍ້ ໃນການຈັດຕັ້ງປະຕິບັດວຽກງານໃນດ້ານຕ່າງໆພາຍໃນໂຮງງານ ເຊັ່ນ: ການຈັດຊື້ວັດຖຸດິບເພຶ່ອປ້ອນເຂົ້າໂຮງງານ, ການນໍາໃຊ້ເຄື່ອງຈັກທີທັນສະໄໝເຂົ້າໃນຂະບວນການຜະລິດ – ແປຮູບ ການນໍາອອກສິນຄ້າໄປຍັງຕ່າງປະເທດ, ການແກ້ໄຂຜົນກະທົບຕໍ່ກັບສິງແວດລ້ອມອ້ອມຂ້າງ ແລະ ວຽກງານອີກຈໍານວນໜຶ່ງ.

ພ້ອມດຽວກັນນັ້ນ ຜູ້ຕາງໜ້າຂອງໂຮງງານງານ ໄດ້ນໍາພາທ່ານ ຮອງປະທານສະພາປະຊາຊົນແຂວງ ລົງສໍາຫຼວດເບິ່ງການຈັດຕັ້ງປະຕິບັດວຽກງານພາກສະໜາມຕົວຈິງ ເພື່ອອະທີບາຍຊີ້ແຈງຂັ້ນຕອນການຜະລິດ.

ຫຼັງຈາກນັ້ນ ໃນຕອນບ່າຍຂອງວັນດຽວກັນ ທ່ານເລື່ອນວິໄລ ຈັນທະລາພັນ ໄດ້ລົງໄປຕິດຕາມ – ກວດກາຊຸກຍູ້ການຈັດຕັ້ງປະຕິບັດວຽກງານ ຂອງບໍລິສັດຂົນສົ່ງ ແຮ່ເຫຼັກ ໂກເອໂກ່ ເພຶ່ອສໍາຫຼວດເບິ່ງເສັ້ນທາງເຂົ້າອອກໃນຊ່ວງລະດູຝົນ, ສະຖານທີ່ພັກລົດທີແກ່ແຮ່ເຫຼັກມາຈາກແຂວງໄຊສົມບູນຂອງບໍລິສັດ ແລະ ການລາຍງານສະພາບລວມໃນການຈັດຕັ້ງປະຕິບັດວຽກງານໃນດ້ານຕ່າງໆໃນໄລຍະຜ່ານມາ.

ຈຸດປະສົງ ກໍ່ເພຶ່ອເປັນການລົງເກັບກໍາຂໍ້ມູນສໍາຫຼວດເບີ່ງວຽກງານຕົວຈຶງ ເພຶ່ອໃຫ້ພະແນກການ – ຂະແໜງການທີ່ກ່ຽວຂ້ອງ ປຶກສາຫາລື ກັບບໍລິສັດ ສຶບຕໍ່ປັບປຸງແກ້ໄຂ ຕໍ່ກັບບັນດາຂໍ້ຄົງຄ້າງຂອງວຽກງານ ທີ່ເຫັນວ່າ ຍັງບໍມີຄວາມຖືກຕ້ອງສອດຄ່ອງຕໍ່ກັບລະບຽບການ ເປັນຕົ້ນແມ່ນ ການຄວບຄຸມນໍ້າໜັກໃນການຂົນສົງກ່ອນອອກຕາຊິງ ການຈອດລົດຊະຊາຍຕາມບໍລິເວນເລາະລຽບເສັ້ນທາງສາຍຕ່າງໆ ການຈໍາກັດຄວາມໄວຂອງລົດໃນເຂດຊຸມຊົນ ແລະ ອື່ນໆ.

ຈຸດປະສົງ ກໍ່ເພຶ່ອແນ່ໃສເຮັດໃຫ້ ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ໄດ້ມີຄວາມເຂັ້ມງວດ ແລະ ຖືກຕ້ອງສອດຄ່ອງຕາມລະບຽບການວາງອອກ ພ້ອມທັງຫຼຸດຜ່ອນຜົນກະທົບຕໍ່ກັບດ້ານສິ່ງແວດລ້ອມ ຕໍ່ພໍ່ແມ່ປະຊາຊົນ ທີ່ດໍາລົງຊີວີດຢູ່ເຂດໃກ້ຄຽງ.

About admins16