ຮອງປະທານສະພາປະຊາຊົນແຂວງບໍລິຄໍາໄຊ ລົງເຄື່ອນໄຫວ ຕິດຕາມ ກວດກາ ການຈັດຕັ້ງປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ ຢູ່ເມືອງຄຳເກີດ

ວັນທີ 5 ພຶດສະພາ 2023 ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການປົກຄອງເມືອງຄໍາເກີດ ທ່ານ ເລື່ອນວິໄລ ຈັນທະລາພັນ ຄະນະປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ຕິດຕາມ ກວດກາ ການຈັດຕັ້ງປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ ໃນຂົງເຂດຍຸຕິທໍາ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຢູ່ເມືອງຄຳເກີດ ແຂວງບໍລິຄໍາໄຊ ເຂົ້າຮ່ວມໂດຍ ທ່ານ ເພັດສະໄໝ ໄຊຍະທິຈັກ ເຈົ້າເມືອງຄຳເກີດ, ມີບັນດາທ່ານ ສະມາຊິກສະພາປະຊາຊົນແຂວງ, ປະຈໍາເຂດເລຶອກຕັ້ງເມືອງ, ຫົວໜ້າ-ຮອງໜ້າ ຫ້ອງການທີ່ກ່ຽວຂ້ອງຂອງເມືອງເຂົ້າຮ່ວມ.

ຈຸດປະສົງການເຄື່ອນໄຫວເຮັດວຽກໃນຄັ້ງນີ້, ແມ່ນເພື່ອຮັບຟັງການລາຍງານໂດຍຫຍໍ້ຈາກຄະນະຮັບຜິດຊອບຜັນຂະຫຍາຍວາລະແຫ່ງຊາດກ່ຽວກັບການຈັດຕັ້ງປະຕິບັດໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຂອງເມືອງຄຳເກີດ, ການຈັດຕັ້ງປະຕິບັດຂອງເຈົ້າໜ້າທີ່ ປກສ ເມືອງຄຳເກີດ ໃນການດຳເນີນການຈັດຕັ້ງປະຕິບັດດ້ານວິຊາສະເພາະ ໂດຍສະເພາະແມ່ນວຽກງານການແກ້ໄຂບັນຫາຢາເສບຕິດເຊັ່ນ: ເກັບກຳບັນຊີເປົ້າໝາຍ, ສຶກສາອົບຮົມຜູ້ເສບຢາເສບຕິດ, ມ້າງ ລາຍຄະດີຕາມສາຍຕັ້ງວິຊາສະເພາະ, ອັດປ່ອງຂ້າມລອຍໃນການຂົນສົ່ງຄ້າຂາຍຢາເສບຕິດ, ວຽກງານກອງທຶນກວດກາ ແລະ ຄວບຄຸມຢາເສບຕິດ, ວຽກງານປິ່ນປົວ ແລະ ພື້ນຟູສຸຂະພາບໃຫ້ແກ່ຜູ້ຕິດຢາເສບຕິດ, ວຽກງານຮ່ວມມື ແລະ ແລກປ່ຽນຂໍ້ມູນຂ່າວສານ, ວຽກງານດໍາເນີນຄະດີ-ປະຕິບັດຕາມກົດໝາຍຕໍ່ຜູ້ກຳທໍາຜິດ. ພ້ອມນັ້ນ, ກໍໄດ້ມີການສົນທະນາແລກປ່ຽນໃນຫຼາຍບັນຫາ ໂດຍຊອກໄດ້ບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ປາກົດການຫຍໍ້ທໍ້ຕ່າງໆ ທີ່ຈະຕ້ອງໄດ້ຮ່ວມກັນເອົາໃຈໃສ່ປັບປຸງແກ້ໄຂ.

ໃນຕອນທ້າຍພິທີ ທ່ານຮອງປະທານສະພາປະຊາຊົນແຂວງ ກໍໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຂະແໜງການທີ່ກ່ຽວຂ້ອງ ທີ່ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດລັດຖະທໍາມະນູນ ແລະ ກົດໝາຍໃນຂົງເຂດຍຸຕິທໍາ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຂອງເມືອງກໍ່ຄືຂອງແຂວງ , ຮັກສາໄດ້ຄວາມສະຫງົບໂດຍພື້ນຖານ . ພ້ອມກັນນັ້ນ, ທ່ານປະທານກອງປະຊຸມ ກໍໄດ້ສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ, ດໍາເນີນການສືບສວນ-ສອບສວນ ຄະດີທີ່ຍັງຄ້າງຄາໃຫ້ສໍາເລັດສືບຕໍ່ຂຶ້ນແຜນເພື່ອມ້າງລາຍຄະດີຕາມສາຍຕັ້ງວິຊາສະເພາະ ເພື່ອແກ້ໄຂບັນຫາການແຜ່ລະບາດຂອງຢາເສບຕິດ ປະເພດ ກະເຟ, ຢາສູບໄຟຟ້າ, ນໍ້າຕົ້ມໃບກະທ້ອມ ແລະ ອື່ນໆ ເພື່ອເຮັດໃຫ້ການແຜ່ລະບາດຂອງຢາເສບຕິດຫຼຸດໜ້ອຍຖອຍລົງ, ສັງຄົມມີຄວາມສະຫງົບແນ່ໃສ່ເຮັດໃຫ້ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານໃຫ້ໜັກແໜ້ນເຂັ້ມແຂງ ແລະ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

About admins16