ຮອງປະທານສະພາປະຊາຊົນແຂວງ ຊຸກຍູ້ວຽກງານຢູ່ເມືອງວຽງທອງ

ໃນຕອນເຊົ້າວັນທີ 10 ມັງກອນ 2023 ຢູ່ທີ່ຫ້ອງປະຊຸມຊັ້ນ II ຫ້ອງວ່າການເມືອງວຽງທອງ ແຂວງບໍລິຄຳໄຊ ທ່ານ ໃສຄຳ ທອງລັດ ກຳມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ຜູ້ຊີ້ນຳວຽກງານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ, ໄດ້ລົງຊຸກຍູ້, ຕິດຕາມ, ກວດກາ, ການພັດທະນາຊົນນະບົດຮອບດ້ານ ແລະ ວຽກງານຕ່າງໆຢູ່ເມືອງວຽງທອງ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄຳມອນ ໄຊພົມມີ ຮອງເລຂາພັກເມືອງ, ມີຄະນະຮັບຜິດຊອບຂັ້ນແຂວງ, ຂັ້ນເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດນີ້ ຫົວຫ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ຫົວໜ້າຫ້ອງວ່າການເມືອງ, ຫົວໜ້າຫ້ອງການ-ການເງີນເມືອງ ແລະ ຮອງຫົວໜ້າພາຍໃນເມືອງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ການຈັດຕັ້ງປະຕິບັດວຽກງານສາມສ້າງ, ວຽກງານກໍ່ສ້າງຮາກຖານການເມືອງ ແລະ ການຈັດຕັ້ງປະຕິບັດຕາມຄຳແນາະນໍາເລກທີ 448/ກງ ລົງວັນທີ 7 ພະຈິກ 2019 ຢູ່ຂັ້ນແຂວງໃນໄລຍະຜ່ານມາ, ພ້ອມທັງໄດ້ມີຄຳສະເໜີຕໍ່ສະມະຊິກສະພາ, ຫຼັງຈາກນັ້ນ ທ່ານຮອງປະທານສະພາປະຊາຊົນແຂວງ ໄດ້ມີຄຳຖາມເຈາະຈີ່ມ ແລະ ມີຄຳເຫັນແຕ່ລະວຽກງານໃຫ້ຜູ້ເຂົ້າຮ່ວມໄດ້ມີຄຳເຫັນ ເພື່ອປະກອບສ່ວນເຂົ້າໃນການແກ້ໄຂຈຸດຄົງຄ້າງ ແລະ ເປັນເອກະພາບກັນ, ພ້ອມກັນນຳໄປຈັດຕັ້ງປະຕິບັດໃຫ້ວຽກງານຕ່າງໆພາຍໃນເມືອງໃຫ້ມີປະສິດທິຜົນຂື້ນກວ່າເກົ່າ.

About admins16