ຮອງປະທານສະພາປະຊາຊົນແຂວງ ລົງພົບປະໂອ້ລົມພະນັກງານຫຼັກແຫຼ່ງ ເມືອງໄຊຈຳພອນ

ວັນທີ 19 ສິງຫາ 2022 ຢູ່ສະໂມສອນຫ້ອງວ່າການເມືອງໄຊຈຳພອນ ແຂວງບໍລິຄຳໄຊ ທ່ານ ເລື່ອນວິໄລ ຈັນທະລາພັນຄະນະປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະນຳຂັ້ນແຂວງລົງພົບປະໂອ້ລົມຕໍ່ພະນັກງານການນຳໃນທົ່ວເມືອງໄຊຈຳພອນ ໃຫ້ກຽດຕ້ອນຮັບໂດຍທ່ານ ໂກ່ ໄຊສົມບັດ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໄຊຈຳພອນ ແລະ ບັນດາການນຳຂັ້ນເມືອງເຂົ້າຮ່ວມ.

ໃນກອງປະຊຸມທ່ານ ເຈົ້າເມືອງ ໄດ້ລາຍງານໃຫ້ວ່າ: ຄະນະນຳແຕ່ລະຂັ້ນພາຍໃນເມືອງແມ່ນໄດ້ສຸມທຸກເຫື່ອແຮງ ແລະ ສິຕິປັນຍາ ເພື່ອຊີ້ນຳ-ນຳພາ ແລະ ຈັດຕັ້ງປະຕິບັດ ວຽກງານພັດທະນາເສດຖະກິດ-ສັງຄົມຂອງເມືອງ ຢ່າງເປັນເຈົ້າການ, ຂຸດຄົ້ນ ແລະ ນຳໃຊ້ທ່າແຮງບົ່ມຊ້ອນເຂົ້າໃນການພັດທະນາ, ສ້າງເງື່ອນໄຂດຶງດູດການຊ່ວຍເຫຼືອ, ການລົງທຶນ ທັງພາຍໃນ ແລະ ຕ່າງປະເທດເຮັດໃຫ້ເມືອງໄຊຈຳພອນ ມີການພັດທະນາຢ່າງຕໍ່ເນື່ອງ ໂດຍສະເພາະທາງດ້ານເສດຖະກິດ, ວັດທະນະທຳ-ສັງຄົມ, ການແກ້ໄຂຄວາມທຸກຍາກຂອງພໍ່ແມ່ປະຊາຊົນ ເພື່ອເປັນການກະກຽມສ້າງເມືອງໄຊຈຳພອນ ເມືອງໃນຊົນນະບົດໃຫ້ກາຍເປັນຕົວແບບຂອງສູນກາງ, ພ້ອມນີ້ທ່ານກໍຍັງໄດ້ສະເໜີບາງບັນຫາເຊັ່ນ: ການປັບປຸງ ກໍ່ສ້າງເສັ້ນທາງ ແລະ ຜັງເມືອງ ແລະ ວຽກງານອື່ນໆ.

ຈາກນັ້ນທ່ານ ເລື່ອນວິໄລ ຈັນທະລາພັນ ກໍ່ໄດ້ໂອ້ລົມຕໍ່ຄະນະນຳຂັ້ນເມືອງ ໂດຍເນັ້ນການເອົາໃຈໃສ່ສຶກສາອົບຮົມທາງດ້ານການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ-ພະນັກງານ ໃຫ້ມີສະຕິ ແລະ ມີຄວາມຕື່ນຕົວໃນການຈັດຕັ້ງປະຕິບັດຕໍ່ຫນ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ, ເພີ່ມທະວີວຽກງານກໍ່ສ້າງພັກ-ພະນັກງານໃຫ້ຫັນເຂົ້າສູ່ຄຸນນະພາບຫຼາຍຂຶ້ນ, ເອົາໃຈໃສ່ເພີ່ມທະວີວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຢ່າງຮອບດ້ານ ຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນໃຫ້ຫຼາຍຂຶ້ນ, ເອົາໃຈໃສ່ທາງດ້ານການດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາລົງທຶນຫຼາຍຂຶ້ນ ຕິດພັນກັບການສ້າງຖານລາຍຮັບທີ່ໝັ້ນຄົງ ພ້ອມທັງເອົາໃຈໃສ່ຄຸ້ມຄອງວຽກງານຊາຍແດນໃຫ້ມີຄວາມສະຫງົບ, ສ້າງເງື່ອນໄຂອຳນວຍຄວາມສະດວກຕ່າງໆໃຫ້ແກ່ປະຊາຊົນ.ມາໃນຕອນທ້າຍກອງປະຊຸມ ຍັງໄດ້ມອບຄອມເພີເຕີ 1ຊຸດ ໃຫ້ແກ່ຫ້ອງວ່າການເມືອງໄຊຈຳພອນ.

About admins16