ຮອງປະທານສະພາປະຊາຊົນແຂວງ ລົງຊຸກຍູ້ການຈັດຕັ້ງປະຕິບັດກົດໝາຍ ຢູ່ເມືອງຄຳເກີດ

ໃນວັນທີ 4 ກໍລະກົດ 2022 ຢູ່ຫ້ອງປະຊຸມຂອງກອງບັນຊາການ ທະຫານເມືອງຄໍາເກີດ ແຂວງບໍລິຄຳໄຊ ທ່ານ ໃສຄຳ ທອງລັດ ຮອງປະທານສະພາປະຊາຊົນແຂວງ ພ້ອມຄະນະ ໄດ້ລົງຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດກົດໝາຍ ແລະ ມະຕິກອງປະຊຸມຄົບຄະນະກຳມະການຍຸຕິທຳ, ໂດຍມີກຳລັງ ປກສ – ປກຊ ແລະ ສະຫະພັນນັກຮົບເກົ່ າເຂົ້າຮ່ວມ.

ກອງປະຊຸມ ໄດ້ເຜີຍແຜ່ 2 ເອກະສານສໍາຄັນ ຄື: ພາລະບົດບາດ, ສິດ, ໜ້າທີ່ຂອງຄະນະກຳມະການຍຸຕິທຳ, ປກສ – ປກຊ ແລະ ຜົນສຳເລັດຂອງກອງປະຊຸມຄົບຄະນະກຳມະການຍຸຕິທຳ ຂອງກຳລັງ ປກສ – ປກຊ ປະຈຳປີ 2021, ຈາກນັ້ນ ຍັງໄດ້ຮັບຟັງບົດສະຫຼຸບຫຍໍ້ວຽກງານ ປກສ – ປກຊ ແລະ ສະຫະພັນນັກຮົບເກົ່າຂອງເມືອງ.

ຕອນທ້າຍກອງປະຊຸມ ທ່ານ ໃສຄຳ ທອງລັດ ຮອງປະທານສະພາປະຊາຊົນແຂວງ ໄດ້ຍ້ອງຍໍຊົມເຊີຍຕໍ່ກັບບັນດາຜົນງານທີ່ກອງກຳລັງ ປກສ – ປກຊ ຂອງເມືອງສາມາດຍາດໄດ້ໃນໄລຍະທີ່ຜ່ານມາ ແລະ ຍັງໄດ້ເນັ້ນໜັກໃຫ້ ຄະນະພັກ, ຄະນະບັນຊາການ 2 ກອງກໍາລັງ ແລະ ສະຫະພັນນັກຮົບເກົ່າ ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານໃຫ້ເຂັ້ມງວດ, ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ກຳລັງ ປກສ – ປກຊ ໃຫ້ມີຄວາມເຂົ້າໃຈຢ່າງຖືກຕ້ອງ ຕໍ່ກັບລະບອບໃໝ່ໃນການເຄື່ອນໄຫວວຽກງານໃຫ້ຖືກຕ້ອງຕາມລະບຽບກົດໝາຍ.

About admins16