ຮອງປະທານຄະນະກວດກາສູນກາງພັກ ລົງຕິດຕາມຊຸກຍູ້ວຽກງານຢູ່ບໍລິຄຳໄຊ

ໃນວັນທີ 11 ສິງຫາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງບໍລິຄຳໄຊ ທ່ານ ໄຊຄໍາ ອຸ່ນມີໄຊ ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູງກາງ ພ້ອມຄະນະ ໄດ້ລົງມາຕິດຕາມຊຸກຍູ້ວຽກງານກວດກາຢູ່ແຂວງບໍລິຄຳໄຊ, ໂດຍມີຄະນະກວດກາພັກແຂວງ ພ້ອມດ້ວຍພະນັກງານ – ລັດຖະກອນ ພາຍໃນຄະນະກວດກາພັກ, ອົງການກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງແຂວງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການສະຫຼຸບຕີລາຄາ ການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ເຫັນວ່າ ຫຼາຍວຽກງານໄດ້ຮັບການຈັດຕັ້ງປະຕິບັດ ດ້ວຍຄວາມຮັບຜິດຊອບສູງ, ສາມາດຍາດໄດ້ຜົນສຳເລັດໃນຫຼາຍດ້ານ, ມີການສ້າງແຜນຢ່າງລະອຽດ ໃນການເຄື່ອນໄຫວວຽກງານ ເປັນຕົ້ນແມ່ນ ໄດ້ລລົງຕິດຕາມຊຸກຍູ້ລະບອບກອງປະຊຸມ, ລະບອບດຳເນີນຊີວິດການເມືອງພາຍໃນພັກ ຢູ່ຄະນະພັກຮາກຖານ, ໜ່ວຍພັກຮາກຖານ ແລະ ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານອ້ອມຂ້າງແຂວງ, ຮ່ວມກັບພາກສ່ວນກ່ຽວຂ້ອງ ກວດກາໂຄງການກໍ່ສ້າງເສັ້ນທາງເທດສະບານເມືອງປາກຊັນ 4 ໂຄງການ, ໂຄງການລົງທຶນຂອງລັດ ທີ່ມີມູນຄ່າ 10 ຕື້ກີບຂຶ້ນໄປ 14 ໂຄງການ, ກວດກາການລົງທຶນຂອງລັດ ມູນຄ່າ 10 ຕື້ກີບລົງມາ 27 ໂຄງການ, ເກັບກໍາຂໍ້ມູນພາກສະໜາມ ໂຄງການທີ່ບໍ່ໄດ້ເຊົ່າ – ສຳປະທານທີ່ດິນຂອງລັດ 8 ໂຄງການ, ຜ່ານການກວດສອບພົບເຫັນ 2 ໂຄງການ ໄດ້ດຳເນີນການເຄື່ອນໄຫວກິດຈະການປົກກະຕິ, ສ່ວນອີກ 6 ໂຄງການ ແມ່ນບໍ່ມີການເຄື່ອນໄຫວດໍາເນີນກິດຈະການ.

ຕິດຕາມການແກ້ໄຂຜົນຂອງການກວດກາໂຄງການນອກແຜນ ແລະ ໂຄງການບໍ່ຜ່ານການປະເມີນ 9 ໂຄງການ, ໃນນັ້ນ ໂຄງການນອກແຜນ 6 ໂຄງການ ແລະ ໂຄງການບໍ່ຜ່ານການປະເມີນ 3 ໂຄງການ, ໃນ 6 ເດືອນຜ່ານມາ ໄດ້ຮັບຄໍາຮ້ອງ – ຄໍາສະເໜີ ທັງໝົດ 16 ເລື່ອງ, ແກ້ໄຂສຳເລັດໃນຂັ້ນຕົນ 6 ເລື່ອງ, ລາຍງານຕໍ່ທ່ານເຈົ້າແຂວງເພື່ອຂໍທິດຊີ້ນຳ 2 ເລື່ອງ, ສົ່ງໃຫ້ພາກສ່ວນກ່ຽວຂ້ອງຄົ້ນຄວ້າແກ້ໄຂ 3 ເລື່ອງ ແລະ ສືບຕໍ່ຄົ້ນຄວ້າແກ້ໄຂ 5 ເລື່ອງ, ນອກນັ້ນ ວຽກງານຕ້ານການສໍ້ລາດບັງຫຼວງ, ສືບສວນສອບສວນ, ວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ບໍາລຸງສ້າງພະນັກງານກວດກາ ກໍ່ໄດ້ຮັບຄວາມເອົາໃຈໃສ່ ແລະ ປັບປຸງພັດທະນາໃຫ້ດີຂື້ນຢ່າງຕໍ່ເນື່ອງ.

About admins14