ຮອງປະທານກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ ເຄື່ອນໄຫວເຮັດວຽກຢູ່ເມືອງປາກກະດິງ

ໃນວັນທີ 28 ກັນຍາ 2022 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການ ເມືອງປາກກະດິງ ທ່ານ ບຸນລ້ອມ ແກ້ວບົວໂຮມ ຮອງປະທານກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ ພ້ອມດ້ວຍຄະນະກຳມະການວັດທະນະທຳສັງຄົມ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງປາກກະດິງ ໂດຍມີທ່ານ ບຸນຍັງ ອຸ່ນຊຽງໃໝ່ ຮອງເຈົ້າເມືອງປາກກະດິງ, ສະມາຊິກສະພາປະຊາຊົນແຂວງບໍລິຄຳໄຊ ປະຈຳເຂດເລືອກຕັ້ງເມືອງປາກກະດິງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ ເຂົ້າຮ່ວມ.

ຈຸດປະສົງຂອງການລົງເຄື່ອນໄຫວຄັ້ງນີ້ ກໍ່ເພື່ອກວດກາສະເພາະກ່ຽວກັບການສ້າງວິຊາຊີບ, ການພັດທະນາສືມືແຮງງານ, ການສ້າງວຽກເຮັດງານທຳຂອງປະຊາຊົນ ເພື່ອແກ້ໄຂບັນຫາການວ່າງງານ, ຕິດຕາມກວດກາປົກກະຕິ ກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍ ໃນຂົງເຂດວັດທະນະທຳ-ສັງຄົມ ຕາມມະຕິ ເລກທີ 41/ສພຊ, ລົງວັນທີ08 ກໍລະກົດ 2022 ເພື່ອລາຍງານຕໍ່ກອງປະຊຸມ ຄະນະປະຈຳສະພາແຫ່ງຊາດ ແລະ ກອງປະຊຸມສະໃໝສາມັນ ເທື່ອທີ 4 ຂອງ ສສຊ ຊຸດທີ IV ໂດຍສະເພາະແມ່ນວຽກງານ ແຮງງານ-ສະຫວັດດີການສັງຄົມ, ວຽກງານສຶກສາທິການ-ກິລາ, ວຽກງານອຸດສາຫະກຳ-ການຄ້າ, ວຽກງານກະສິກຳ-ປ່າໄມ້, ວຽກງານສະຫະພັນກຳມະບານ, ວຽກງານການເງີນ, ຖະແຫຼງຂ່າວ-ວັດທະນະທຳ-ທ່ອງທ່ຽວ ແລະ ວຽກງານສາທາລະນະສຸກ ເຊີ່ງໄດ້ຍົກໃຫ້ເຫັນຈຸດີ-ຈຸດອ່ອນ, ຄວາມຫຍຸ້ງຍາກ ແລະ ຂໍ້ຄົງຄ້າງທີ່ຕ້ອງສູ້ຊົນຕໍ່ໄປ.

ໃນຕອນບ່າຍຂອງວັນດຽວກັນຍັງໄດ້ລົງຢ້ຽມຢາມກຸ່ມຫັດຖະກຳຕ່ຳຫູກຢູ່ບ້ານປາກຊຸນ ເຊີ່ງແມ່ນຜະລິດຕະພັນສິນຄ້າໂອດ໋ອບ 1 ເມືອງ 1 ຜະລິດຕະພັນຂອງເມືອງປາກະດິງ, ຫຼັງຈາກນັ້ນກໍ່ໄດ້ສືບຕໍ່ລົງຢ້ຽມຢາມ ແລະ ເຮັດວຽກຮ່ວມກັບຄະນະຮັບຜິດຊອບເຂື່ອນໄຟຟ້ານ້ຳເທີນ 1.

About admins14