ຮອງນາຍົກລັດຖະມົນຕີ ລົງຕິດຕາມຄວາມຄືບໜ້າ ໂຄງການກໍ່ສ້າງຂົວມິດຕະພາບ ລາວ – ໄທ ແຫ່ງທີ 5

ໃນວັນທີ 6 ຕຸລາ 2022 ຢູ່ເຂດການກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບ ລາວ – ໄທ ແຫ່ງທີ V ( ບໍລິຄໍາໄຊ – ບຶງການ ) ທ່ານ ປອ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມກວດກາການຈັດຕັ້ງປະຕິບັດຂອງໂຄງການ, ໃຫ້ກຽດເຂົ້າຮ່ວມຕິດຕາມໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ແລະ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບ ລາວ – ໄທ ແຫ່ງທີ V ໄດ້ລາຍງານສະພາບການລວມໂດຍຫຍໍ້ ຕໍ່ກັບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໂຄງການ, ໃນເດືອນກັນຍາ 2022 ປະຕິບັດໄດ້ 3,59%, ຄວາມຄືບໜ້າລວມທັງໝົດຮອດທ້າຍເດືອນ 63,27%, ປະຕິບັດໄດ້ຕົວຈິງ 64, 31% ລື່ນຄາດໝາຍ 1,04%, ສະເລ່ຍຄວາມຄືບໜ້າທັງ 2 ສັນຍາ ແຜນການລວມຮອດທ້າຍເດືອນ 09/2022 ເທົ່າກັບ 52,72%, ປະຕິບັດ ໄດ້ຕົວຈິງ 54,76% ລື່ນຄາດໝາຍ 2,04% ແລະ ແຜນການປະຕິບັດວຽກໃນເດືອນ 10/2022 ທັງສອງສັນຍາ 3,12%, ແຜນການລວມທັງໝົດຈະສູ້ຊົນໃຫ້ໄດ້ 55,84%.

         ຫລັງຈາກນັ້ນ, ທ່ານຮອງນາຍົກ ພ້ອມຄະນະ ແລະ ການນຳຂັ້ນແຂວງ ກໍ່ໄດ້ລົງເບີ່ງໜ້າວຽກຕົວຈິງຢູ່ພາກສະໜາມ.

About admins16