ອົງການໄອຍະການປະຊາຊົນ ແຂວງ ບໍລິຄໍາໄຊ ສໍາເລັດບັ້ນດຳເນີນຊີວິດການເມືອງ ກວດກາໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021.

          ບັ້ນດຳເນີນຊີວິດການເມືອງ ກວດກາໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກຮາກຖານ ອົງການໄອຍະການປະຊາຊົນ ແຂວງ ບໍລິຄໍາໄຊ ປະຈໍາປີ 2021 ໄດ້ດໍາເນີນມາແຕ່ວັນທີ 15 ທັນວາ 2021, ມາຮອດ ຕອນບ່າຍ ວັນທີ 17 ທັນວາ 2021 ໄດ້ສໍາເລັດລົງຢ່າງເປັນທາງການ, ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງໃບ ພຽນວົງ ເລຂາໜ່ວຍພັກຮາກຖານ, ຫົວໜ້າອົງການໄອຍະການປະຊາຊົນແຂວງ, ມີຄະນະໜ່ວຍພັກ, ສະມາຊິກພັກສົມບູນ-ສໍາຮອງ ແລະ ມະຫາຊົນພາຍໃນໜ່ວຍພັກເຂົ້າຮ່ວມ.

 1 ປີຜ່ານມາ ຄະນະໜ່ວຍພັກເອົາໃຈໃສ່ນໍາພາສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ໂດຍນໍາເອົາແນວທາງ-ແຜນນະໂຍບາຍ,ມະຕິ, ຄໍາສັ່ງຂອງພັກ, ກົດໝາຍຂອງລັດ, ເປັນຕົ້ນແມ່ນມະຕິກອງປະຊຸມໃຫ່ຍ ຄັ້ງທີ XI ຂອງພັກ, ມະຕິ ກອງປະຊຸມໃຫ່ຍຄັ້ງທີ VII ຂອງອົງຄະນະພັກແຂວງ, ເອກະສານແນວຄິດ ໄກສອນ ພົມວິຫານ ແລະ ມະຕິກອງປະຊຸມໃຫ່ຍ ຄັ້ງທີ V  ຂອງໜ່ວຍພັກ ມາຈັດຕັ້ງຜັນຂະຫຍາຍເປັນແຜນງານ, ໂຄງການອັນລະອຽດເຂົ້າໃນວຽກງານຕົວຈິງ, ນໍາພາຈັດຕັ້ງປະຕິບັດໜ້າທີ່ວຽກງານໄດ້ຮັບຜົນສໍາເລັດ, ປະຕິບັດລັດຖະທໍາມະນູນ ແລະ ກົດໝາຍຢ່າງເຂັ້ມງວດ, ກຽມພ້ອມຮັບໃຊ້ປະຊາຊົນດ້ວຍຄວາມຊື່ສັດບໍລິສຸດ ຕາມຄໍາຂັວນ 03 ມີ 04 ຮັບປະກັນ ຂອງອົງການໄອຍະການ ປະຊາຊົນ ວາງອອກ,

  ຜ່ານການດໍາເນີນກອງປະຊຸມມາເປັນເວລາ 03 ວັນບັນດາຄະນະໜ່ວຍພັກ, ສະມະຊິກພັກ ແລະ ມະຫາຊົນໄດ້ເຊື່ອມຊຶມບັນດາເອກະສານທີ່ສຳຄັນຂອງພັກ, ສໍາຫຼວດກວດກາ, ຕໍານິສົ່ງຂ່າວກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນພ້ອມທັງຕີລາຄາຈັດແບ່ງປະເພດໜ່ວຍພັກ, ສະມາຊິກພັກຕາມ 05 ເນື້ອໃນ ຂອງພັກປະຊາຊົນປະຕິວັດລາວ ວາງອອກຢ່າງເຂັ້ມງວດ, ຜ່ານການກວດກາຕີລາຄາຄະແນນລວມທັງ 05 ເນື້ອໃນໄດ້ 9,63 ຄະແນນ, ຈັດປະເພດເປັນໜ່ວຍພັກແຂງ, ມີສະມາຊິກພັກແຂງ ຈໍານວນ 17 ສະຫາຍ, ຍິງ 07 ສະຫາຍ, ກວມເອົາ 100% ຂອງສະມາຊິກພັກທັງໝົດພາຍໃນໜ່ວຍພັກ, ສໍາລັບທິດທາງແຜນການໃນປີຕໍ່ໜ້າຈະໄດ້ສືບຕໍ່ເສີມຂະຫຍາຍບັນດາຜົນສໍາເລັດ ແລະ ປັບປຸງແກ້ໄຂບັນດາຈຸດອ່ອນຂໍ້ຄົງຄ້າງ, ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກງານຕາມສິດ, ໜ້າທີ່-ທີ່ກົດໝາຍກໍານົດໄວ້ດ້ວຍຄວາມຮັບຜິດຊອບສູງ, ສູ້ຊົນເຮັດໃຫ້ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕາມ 05 ເນື້ອໃນໃຫ້ບັນລຸ 9,50 ຄະແນນຂື້ນໄປ, ສະມາຊິກພັກພາຍໃນໜ່ວຍຕ້ອງສູ້ຊົນໃຫ້ໄດ້ສະມາຊິກພັກແຂງກວມເອົາ 80% ຂື້ນໄປ.

About admin11