ອົງການໄອຍະການປະຊາຊົນແຂວງ ປະດັບຫຼຽນໄຊແຮງງານ ໃຫ້ຜູ້ທີ່ມີຜົນງານດີເດັ່ນໄລຍະຜ່ານມາ

ໃນຕອນບ່າຍຂອງວັນທີ 30 ຕຸລາ 2020 ຢູ່ອົງການໄອຍະການປະຊາຊົນແຂວງ ໄດ້ຈັດພິທີປະດັບຫຼຽນໄຊ ແຮງງານໃຫ້ແກ່ພະນັກງານ, ຍົກຍ້າຍ, ເສຍຊີວິດ ເນື່ອງໃນໂອກາດວັນສ້າງຕັ້ງອົງການໄອຍະການປະຊາຊົນ ຄົບຮອບ 30 ປີ (9 ມັງກອນ 1990 – 9 ມັງກອນ 2020 ) ໃຫ້ກຽດເປັນປະທານໂດຍທ່ານ ບຸນຄຳ ໄຊເຍ່ຍລໍວື່ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດແຂວງ, ມີຫົວໜ້າ, ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງ, ພະນັກງານອາວຸໂສບໍານານ ພ້ອມດ້ວຍພະນັກງານລັດຖະກອນພາຍໃນອົງການເຂົ້າຮ່ວມ.

ອົງການໄອຍະການປະຊາຊົນໄດ້ກຳເນີດເກີດຂຶ້ນໃນວັນທີ 9 ມັງກອນ 1990 ເຊິ່ງປີນີ້ ເປັນປີຄົບຮອບ 30 ພໍດີ ປະຈຸບັນທົ່ວລະບົບໄອຍະການ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ໄດ້ຮັບການປັບປຸງ ເປັນແຕ່ລະໄລຍະ ເຮັດໃຫ້ວຽກງານໄອຍະການ ນັບມື້ນັບມີຄວາມເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ, ໂດຍສະເພາະ ໄດ້ປັບປຸງກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນແຫ່ງ ສປປ ລາວ ຈຳນວນ 3 ຄັ້ງ, ຄັ້ງທຳອິດປັບປຸງໃນປີ 2003 ໃນນັ້ນໄດ້ປ່ຽນຊື່ເອີ້ນວ່າ: ອົງການອະທິໄອຍະການ ມາເປັນ ອົງການໄອຍະການປະຊາຊົນສູງສຸດ ເຊິ່ງຂັ້ນທ້ອງຖິ່ນເອີ້ນຊື່ ອົງການໄອຍະການປະຊາຊົນແຂວງ ແລະ ອົງການໄອຍະການປະຊາຊົນເມືອງ, ຄັ້ງທີສອງ ປັບປຸງປີ 2009 ວ່າດ້ວຍການໂຮມເອົາໄອຍະການເມືອງເຂົ້າມາເປັນເຂດ ໃນຂອບເຂດທົ່ວປະເທດ ມີ 39 ເຂດ ສະເພາະແຂວງບໍລິຄຳໄຊ ມີ 2 ເຂດ ແລະ ຄັ້ງທີສາມປັບປຸງປີ 2017 ເຖິງປະຈຸບັນ.

ຕະຫຼອດໄລຍະ 30 ປີຜ່ານມາ ອົງການໄອຍະການປະຊາຊົນແຂວງບໍລິຄຳໄຊ ໄດ້ປະກອບສ່ວນສ້າງສາພັດທະນາປະເທດຊາດ ກໍ່ຄືການສ້າງສາພັດທະນາແຂວງບໍລິຄຳໄຊ ໂດຍສະເພາະວຽກງານການພັດທະນາການຈັດຕັ້ງປະຕິບັດກົດໝາຍ ເຊິ່ງສະແດງອອກໃນຜົນງານດ້ານຕ່າງໆ ເປັນຕົ້ນດ້ານວຽກງານພັກ, ນັບແຕ່ປີ 2005-2017 ໄດ້ຮັບນາມມະຍົດເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານໄດ້ 13 ສະໄໝຕິດຕໍ່ກັນ ແລະ ປີ 2019 ໄດ້ຮັບນາມມະຍົດເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 1 ສະໄໝ, ດ້ານວຽກງານການກໍ່ສ້າງພະນັກງານ ແຕ່ລະປີໄດ້ສົ່ງພະນັກງານໄປຍົກລະດັບຕ່າງໆ, ການຄົ້ນຄວ້າແກ້ໄຂຄະດີບັນລຸ 90% ຂຶ້ນໄປ ທຽບໃສ່ແຜນການປີ ໄດ້ລື່ນຄາດໝາຍ ແລະ ດ້ານວຽກງານອື່ນໆ ກໍ່ໄດ້ຮັບຜົນສຳເລັດເປັນກ້າວໆ.

ຈາກຜົນງານດັ່ງກ່າວ ອົງການໄອຍະການປະຊາຊົນແຂວງ ໄດ້ຮັບຫຼຽນໄຊແຮງງານຊັ້ນ 1 ຈຳນວນ 3 ທ່ານ ແລະ 1 ກົມກອງ, ຫຼຽນໄຊແຮງຊັ້ນ 2 ຈຳນວນ 13 ທ່ານ, ຫຼຽນໄຊແຮງງານຊັ້ນ 3 ຈຳນວນ 12 ທ່ານ, ໃບຍ້ອງຍໍລັດຖະບານໃຫ້ແກ່ກົມກອງ 2 ກົມກອງ, ບຸກຄົນ ຈຳນວນ 20 ທ່ານ ແລະ ໃບຍ້ອງຍໍຈາກຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຈຳນວນ 24 ທ່ານ.

ຈາກນັ້ນ ໄດ້ຜ່ານຂໍ້ຕົກລົງຂອງປະທານປະເທດແຫ່ງ ສປປ ລາວ ເລກທີ 126/ປປທ ລົງວັນທີ 24 ກໍລະກົດ 2020 ວ່າດ້ວຍການປະດັບຫຼຽນໄຊແຮງງານ ຊັ້ນ 1 ໃຫ້ແກ່ທ່ານ ເຄນ ລໍມະນີ ອະດີດກຳມະການພັກແຂວງ ອະດີດຫົວໜ້າອົງການໄອຍະການປະຊາຊົນແຂວງ, ອະດີດເຈົ້າເມືອງບໍລິຄັນ, ອະດີດຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ອະດີດຫົວໜ້າພະແນກ ຖວທ ແຂວງ, ປະດັບຫຼຽນໄຊແຮງງານຊັ້ນ 2 ຈຳນວນ 3 ທ່ານ ຄື: ທ່ານ ສີຄຳ ໄຊຍະວົງ ອະດີດຮອງຫົວໜ້າອົງການໄອຍະການປະຊາຊົນແຂວງ ປະຈຸບັນ ເປັນຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງບໍລິຄັນ, ທ່ານ ຄຳຂຽນ ສີສຸລາດ ອະດີດຫົວໜ້າອົງການໄອຍະການປະຊາຊົນແຂວງ ( ເສຍຊີວິດແລ້ວ ) ແລະ ທ່ານ ເຄນ ບຸດລາສີ ອະດີດຫົວໜ້າອົງການອົງການໄອຍະການປະຊາຊົນເຂດ 2 ເມືອງຄຳເກີດ ( ເສຍຊີວິດແລ້ວ ), ເປັນກຽດປະດັບຫຼຽນໄຊ ໂດຍທ່ານ ບຸນຄຳ ໄຊເຍ່ຍລໍວື່ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດແຂວງ ແລະ ປະດັບຫຼຽນໄຊແຮງງານຊັ້ນ 3 ໃຫ້ທ່ານນາງ ກົງໃຈ ອຸດົມສະຫວັດ ອະດີດຫົວໜ້າຂະແໜງກວດາກາຄະດີອາຍາ ( ເສຍຊີວິດແລ້ວ ) ມອບໂດຍທ່ານ ທອງໃບ ພຽນວົງ ຫົວໜ້າອົງການໄອຍະການປະຊາຊົນແຂວງ.

About admins16