ອົງການແດງ ແຂວງບໍລິຄຳໄຊ ລົງເຄື່ອນໄຫວ ກິດຈຳກໍາຮັບບໍລິຈາກເລືອດ ຢູ່ເມືອງໄຊຈຳພອນ

ໃນລະຫວ່າງວັນທີ 11 – 12 ທັນວາ 2021 ຢູ່ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ອົງກາແດງແຂວງ ໄດ້ລົງເຄື່ອນໄຫວກິດຈຳກໍາຮັບບໍລິຈາກເລືອດແບບສະໝັກໃຈ ໂດຍບໍ່ຮຽກຮ້ອງສິ່ງຕອບແທນ ຊື່ງນໍາໂດຍ ທ່ານ ສີສຸພັນ ວົງວິໄລ ຮອງຫົວໜ້າອົງກາແດງແຂວງບໍລິຄຳໄຊ ພ້ອມດ້ວຍຄະນະທີມແພດໝໍຈາກອົງກາແດງແຂວງ ສົມທົບກັບຫ້ອງການແຮງງານສະຫວັດດີການ ແລະ ສັງຄົມເມືອງໄຊຈຳພອນ.

ໃນວັນທີ 11 ທັນວາ 2021 ໄດ້ລົງເຄື່ອນໄຫວກິດຈະກໍາ ຮັບບໍລິຈາກເລືອດຢູ່ ທີ່ໂຮງຮຽນ ມສ ໂພນສີ ໄດ້ 24 ຄົນ, ຍິງ 6 ຄົນ ແລະ ກອງບັນຊາການທະຫານເມືອງ 6 ຄົນ. ຕໍ່ມາວັນທີ 12 ທັນວາ 2021 ສຶບຕໍ່ລົງເຄື່ອນກິດຈະກໍາຮັບບໍລິຈາກເລືອດ ຢູ່ໂຮງຮຽນ ມສ ນ້ຳອ້ອນ ໄດ້ 14 ຄົນ, ຍິງ 6 ຄົນ ແລະ ຫ້ອງວ່າການເມືອງມີ ພະນັກງານລັດຖະກອນ, ລັດວິສາຫະກິດ ໄດ້ 9 ຄົນ, ຍິງ 5 ຄົນ, ລວມທັງໝົດມີຜູ້ບໍລິໃຈເຂົ້າຮ່ວມບໍລິຈາກເລືອດ ທັງໝົດ 53 ຄົນ

About admins14