ອົງການແຊມາອຶລ ອູນດົງ ມອບເຄື່ອງຮັບໃຊ້ຫ້ອງການໃຫ້ແຂວງບໍລິຄໍາໄຊ

ໃນຕອນບ່າຍວັນທີ 15 ຕຸລາ 2020 ອົງການແຊມາອຶລ ອູນດົງ ແຫ່ງ ສ.ເກົາຫຼີ ຫຼື ເອີ້ນວ່າໂຄງການພັດທະນາບ້ານແບບໃໝ່ ຂອງອົງການແຊມາອຶລ ອູນດົງ ປະຈຳລາວ ໄດ້ນໍາເອົາຄອມພິວເຕີໂນດບຸກ, ເຄື່ອງສາຍ, ຜ້າສາກຂາວ ແລະ ເຄື່ອງພິມ ຢ່າງລະ 03 ຊຸດ, ລວມມູນຄ່າ 7 ພັນໂດລາສະຫະລັດ ມາມອບໃຫ້ຫ້ອງວ່າການແຂວງບໍລິຄຳໄຊ ຕາງໜ້າກ່າວມອບໂດຍທ່ານ ຮົງເຈິງໂອ ຫົວໜ້າອົງການແຊມາອຶລ ອູນດົງ, ຕາງໜ້າຮັບໂດຍທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄໍາໄຊ, ໂດຍຊ້ອງໜ້າຂອງທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງບໍລິຄຳໄຊ ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.

ໂຄງການພັດທະນາບ້ານແບບໃໝ່ຂອງອົງການແຊມາອຶລ ອູນດົງ ນີ້ ໃນຊຸມປີຜ່ານມາ ກໍ່ໄດ້ຊ່ວຍກໍ່ສ້າງເສັ້ນທາງຄອນກຼີດເຂົ້າ 3 ບ້ານຂອງເມືອງປາກຊັນທີ່ສຳເລັດໄປແລ້ວ ມູນຄ່າ 30.000 ໂດລາສະຫະລັດ ແລະ ເປັນການສືບຕໍ່ໂຄງການດັ່ງກ່າວໃຫ້ເຂັ້ມແຂງຂຶ້ນເລື້ອຍໆນັ້ນ ທາງໂຄງການຈຶ່ງໄດ້ນຳເຄື່ອງອຸປະກອນມາມອບໃຫ້ ເພື່ອນຳໃຊ້ເຂົ້າໃນວຽກງານ ເປັນຕົ້ນແມ່ນນຳໃຊ້ເຂົ້າໃນການຝຶກອົບຮົມໂຄງການພັດທະນາບ້ານແບບໃໝ່, ວຽກງານຫ້ອງການ, ການເກັບກໍາຂໍ້ມູນ ແລະ ວຽກງານອື່ນໆ. ພ້ອມນີ້ ທ່ານຮອງເຈົ້າແຂວງ ຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ອົງການດັ່ງກ່າວ ທີ່ມີຜົນງານໃນການປະກອບສ່ວນໃນຄັ້ງນີ້.

About admins16