ອົງການປົກຄອງແຂວງ ຊະນະ ສະພາ 5/3 ເຕະບານມິດຕະພາບ

ເພື່ອເປັນການຊົມເຊີຍຜົນສຳເລັດ ຂອງກອງປະຊຸມເປີດກວ້າງ ຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 4 ສະໄໝ ທີ VII ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 12-13 ກໍລະກົດ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ແລະ ຍັງເປັນການສ້າງຂະບວນການຕ້ອນຮັບຊົມເຊີຍ ວັນສຳຄັນຕ່າງໆຂອງຊາດ ແລະ ຂອງພັກ, ໃນຕອນແລງຂອງວັນທີ 13 ກໍລະກົດ 2021 ຢູ່ເດີ່ນເຕະບານຈາລະນາ ບ້ານອະນຸສອນໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ ອົງການປົກຄອງແຂວງ ໄດ້ຈັດການເຕະບານມິດຕະພາບຮ່ວມກັບ ສະພາປະຊາຊົນແຂວງ.

ການແຂ່ງຂັນໄດ້ດຳເນີນໄປດ້ວຍບັນຍາການເບີກບານມ່ວນຊື່ນ ແລະ ມີຄວາມສາມັກຄີມີດຕະພາບ, ເມື່ອການແຂ່ງຂັນເລີ່ມຂຶ້ນ ເປັນທີມສະພາປະຊາຊົນແຂວງ ທີ່ເປີດເກມບຸກຢ່າງແຂງແຮງ ແລະ ມີໂອກາດຂຶ້ນນຳຫຼາຍຄັ້ງ ແຕ່ກໍ່ຍັງບໍ່ສາມາດຜ່ານເກມຕັ້ງຮັບ ຂອງທີມອົງການປົກຄອງແຂວງໄດ້.

ຮອດນາທີ ທີ່ 8 ການບຸກຂອງທີມສະພາກໍ່ເກີດຜົນ ສາມາດຍິງປະຕູຂຶ້ນນຳໄປກ່ອນ 1 ປະຕູ, ຫຼັງຈາກນັ້ນ ທີມອົງການປົກຄອງແຂວງ ກໍ່ປ່ຽນເກມຈາກການຕັ້ງຮັບ ມາເປັນເກມບຸກໃຫ້ຫຼາຍຂຶ້ນ ແລະ ສາມາດຍິງປະຕູຕີສະເໝີໄດ້. ຫຼັງຈາກນັ້ນຕ່າງຝ່າຍຕ່າງຜັດປ່ຽນກັນບຸກຢ່າງດຸເດືອດ ແຕ່ກໍ່ບໍ່ສາມາດເຮັດຫຍັງກັນໄດ້ ຈົບເຄິ່ງເວລາທຳອິດ ສະເໝີກັນດ້ວຍສະກໍ 1 ປະຕູຕໍ່ 1.

ເຄິ່ງເວລາທີ 2 ທັງສອງທີມ ຍັງສືບຕໍ່ເປີດເກມບຸກໃສ່ກັນຢ່າງດຸເດືອດ ເພື່ອຍິງປະຕູອີກຝ່າຍໃຫ້ໄດ້ ເມື່ອຈົບເວລາການແຂ່ງຂັນ ກໍ່ເປັນທີມອົງການປົກຄອງແຂວງ ທີ່ມີການຕໍ່ເກມທີ່ແນ່ນອນ ແລະ ຍິງປະຕູໄດ້ຄົມກ່ວາ ສາມາດເອົາຊະນະທີມສະພາປະຊາຊົນແຂວງ ໄປໄດ້ດ້ວຍສະກໍ 5 ປະຕູ ຕໍ່ 3 ປະຕູ.

About admins14