ອົງການປົກຄອງແຂວງບໍລິຄຳໄຊສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານໄລຍະ 2 ເດືອນ ຜ່ານມາ

ເພື່ອລາຍງານການຈັດຕັ້ງປະຕິບັດວຽກງານ ທີ່ໄດ້ມອບໝາຍໃຫ້ບັນດາເມືອງ ແລະ ພະແນກການ ໃນຕອນເຊົ້າຂອງວັນທີ 11 ສິງຫາ 2020 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໄດ້ຈັດກອງປະຊຸມອົງການປົກຄອງແຂວງ ປະຈຳເດືອນ 7-8 ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ມີບັນດາພະແນກການອ້ອມຂ້າງ, ເມືອງ 7 ຕົວເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງບົດລາຍງານຜົນການຈັດຕັ້ງປະຕິບັດໄລຍະ 2 ເດືອນທີ່ຜ່ານມາ ໂດຍລວມແລ້ວ ການປະຕິບັດໜ້າທີ່ວຽກງານແມ່ນມີຄວາມສຳເລັດຫຼາຍໜ້າວຽກ ເປັນຕົ້ນແມ່ນສໍາເລັດການຈັດຕັ້ງເຊື່ອມຊຶມມະຕິ ຂອງກົມການເມືອງສູນກາງພັກ ສະບັບເລກທີ 111/ກມສພ, ລົງວັນທີ 22 ພຶດສະພາ 2020, ວຽກງານ ປກສ ໄດ້ກັກລົດໃຫຍ່ 10 ຄັນ ທີ່ມີສ່ວນພົວພັນກັບຄະດີ ເຊິ່ງພວມດໍາເນີນຄະດີຢູ່ຫ້ອງຕໍາຫຼວດ ປກສ ແຂວງ, ໃນນັ້ນ ໄດ້ສົ່ງສໍານວນຄະດີໃຫ້ອົງການໄອຍະການປະຊາຊົນແຂວງ 5 ຄັນ, ກໍາລັງດໍາເນີນການຊອກຫາຜູ້ກະທໍາຜິດມາດໍາເນີນຄະດີ 5 ຄັນ, ແຮງງານພາຍໃນແຂວງທີ່ອອກໄປເຮັດວຽກຢູ່ຕ່າງແຂວງ ແລະ ຕ່າງປະເທດ ມີທັງໝົດ 7.036 ຄົນ, ຍິງ 5.188 ຄົນ, ຈໍານວນແຮງງານທີ່ກັບມາຈາກຕ່າງແຂວງ ແລະ ຕ່າງປະເທດຍ້ອນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ມີ 3.199 ຄົນ, ຍິງ 2.285 ຄົນ, ກັບຈາກປະເທດໄທ 2.298 ຄົນ, ກັບມາຈາກຕ່າງແຂວງ 901 ຄົນ, ຈໍານວນແຮງງານທີ່ຕົກຄ້າງຢູ່ໄທ 3.837 ຄົນ, ຍິງ 2.903 ຄົນ, ສໍາເລັດການປະກາດແຂວງເປັນສະຫະພັນແມ່ຍິງ 3 ດີ ແລະ ສະຫະພັນກຳມະບານ 5 ເປັນເຈົ້າ, ສຳເລັດການປາຖະກະຖາ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 65 ປີ, ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງບໍລິຄໍາໄຊ ຄັ້ງທີ VII ໄດ້ 7 ເມືອງ, ໄດ້ 4 ຮາກຖານ ແລະ 2 ໜ່ວຍອ້ອມຂ້າງແຂວງ, ສໍາເລັດການປິດອອກວີຊາກັບດ່ານສາກົນນ້ຳພາວ, ໄດ້ຮັບການຊ່ວຍເຫຼືອຈາກແຂວງເລີ່ມດົງ ສສ ຫວຽດນາມ ໃນການປ້ອງກັນການລະບາດພະຍາດໂຄວິດ-19 ຈໍານວນ 200 ລ້ານດົງ, ແຂວງບຶງການ ຣາຊະອານາຈັກໄທ 59 ລ້ານກີບ, ນອກນັ້ນ ວຽກງານອຶ່ນໆເຫັນວ່າໄດ້ຮັບຜົນສຳເລັດເປັນສ່ວນຫຼາຍ.

About admins16