ອົງການປົກຄອງແຂວງບໍລິຄຳໄຊ ດຳເນີນກອງປະຊຸມປະຈຳ ເດືອນ 11-12

ກອງປະຊຸມວຽກງານອົງການປົກຄອງແຂວງບໍລິຄຳໄຊ ປະຈຳເດືອນ ພະຈິກ ແລະ ທັນວາ ໄດ້ຈັດຂຶ້ນໃນວັນທີ 28 ທັນວາ 2020 ຢູ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ມີບັນດາພະແນກການອ້ອມຂ້າງ, ເມືອງ 7 ຕົວເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການສະຫຼຸບຕີລາຄາ ການປະຕິບັດທິດຊີ້ນຳໃນກອງປະຊຸມວຽກງານປົກຄອງ ຄັ້ງວັນທີ 6 ພະຈິກທີ່ຜ່ານມາ ເຫັນວ່າຫຼາຍວຽກງານໄດ້ຖືກຈັດຕັ້ງປະຕິບັດ ດ້ວຍຄວາມເອົາໃຈໃສ່ສູງ ແລະ ໄປຕາມທິດທາງທີ່ກຳນົດໄວ້ ເປັນຕົ້ນ ວຽກງານ ປກສ ມີຄະດີເກີດຂຶ້ນ 27 ກໍລະນີ ມີຜູ້ຕ້ອງຫາ 18 ຄົນ ຍິງ 2 ຄົນ ຕ່າງປະເທດ 1 ຄົນ, ຂອງກາງລົດຈັກ 7 ຄັນ, ແຮ່ທາດ 65 ຂອດ, ເຄື່ອງຈັກ 11 ເຄື່ອງ, ຄະດີຢາເສບຕິດມີ 29 ລາຍ ກັກຜູ້ຕ້ອງຫາໄດ້ 39 ຄົນ ຍິງ 4, ຂອງກາງຢາບ້າ 32.971 ເມັດ, ມີອຸປະຕິເຫດເກີດຂຶ້ນ 22 ລາຍ ພາຫະນະເປ່ເພ 38 ຄັນ ໄດ້ຮັບບາດເຈັບ 45 ລາຍ ແລະ ເສຍຊີວິດ 1 ລາຍ, ສຳເລັດການປະກອບເອກະສານໃຫ້ນັກຮຽນລາວ ເພື່ອກະກຽມໄປສຶກສາຢູ່ ສສ ຫວຽດນາມ ສົກຮຽນ 2020-2021, ລົງມອບໃບຢັ້ງຢືນການໄດ້ຮັບສັນຊາດລາວ ໃຫ້ແກ່ຜູ້ຍົກຍ້າຍຕັ້ງພູມລຳເນົາຕາມລຳພັງໃຈ ແລະ ສ້າງຄອບຄົວບໍ່ຖືກລະບຽບຕາມບໍລິເວນຊາຍແດນ ລາວ-ຫວຽດນາມ ຈຳນວນ 22 ຄົນ ຢູ່ບ້ານຫ້ວຍຫອຍ ເມືອງວຽງທອງ.

ສຳເລັດການປະເມີນໂຄງການລົງທຶນຂອງລັດ ກ່ອນສະເໜີເຂົ້າແຜນປີ 2021 ຈຳນວນ 190 ໂຄງການ, ເກັບລາຍຮັບເຂົ້າງົບປະມານ ໃນໄລຍະ 11 ເດືອນ ປີ 2020 ໄດ້ທັງໝົດ 481,65 ຕື້ກີບ ເທົ່າກັບ 80,93% ຂອງແຜນການປີ, ພູດສູນກາງໄດ້ 365,61 ຕື້ກີບ ເທົ່າກັບ 83,23%, ພູດທ້ອງຖິ່ນໄດ້ 116,04 ຕື້ກີບ ເທົ່າກັບ 74,43%, ໄດ້ສັງລວມຜົນເສຍຫາຍເສັ້ນທາງ ຈາກຜົນກະທົບລະດູຝົນ ໃນປີນີ້ ທົ່ວແຂວງ ຈຳນວນ 20 ເສັ້ນ ມູນຄ່າ 9.949.499.799 ກີບ ແລະ ໄດ້ຮ່າງບົດລາຍງານຫາກະຊວງ ຍທຂ ແລະ ລັດຖະບານແລ້ວ.

ຄະນະດັດສົມໂຮງງານປຸງແຕ່ງໄມ້ຂັ້ນແຂວງ ປຶກສາຫາລືສືບຕໍ່ວຽກງານດັດສົມໂຮງງານປຸງແຕ່ງໄມ້, ບໍລິການຂຶ້ນ ແລະ ດັດແກ້ທະບຽນວິສາຫະກິດ ໄດ້ທັງໝົດ 47 ໜ່ວຍ, ມອບລາຍຮັບເຂົ້າງົບປະມານລັດໄດ້ 20.709.000 ກີບ ຕິດຕາມກວດກາ ແລະ ອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ທັງໝົດ 48 ຊຸດ ມູນຄ່າ 6.533.059 ໂດລາ, ສິນຄ້າອອກ ເພີ່ມຂຶ້ນ 13,95%, ສິນຄ້າເຂົ້າ ຫຼຸດລົງ 33,85%, ສິນຄ້າຜ່ານແດນຫຼຸດລົງ 10,35%, ສໍາເລັດພິທີເປີດການເກັບຊື້ເຂົ້າ ກັບກຸ່ມຜະລິດເຂົ້າຂອງໂຄງການຜະລິດກະສິກໍາເປັນສິນຄ້າຂອງ 3 ເມືອງ ລວມມີ 16 ກຸ່ມການຜະລິດເປັນສິນຄ້າ, ປະຈຸບັນມີກໍລະນີສະສົມອາການໄຂ້ຍຸງລາຍ 934 ກໍລະນີ ເສຍຊີວິດ 2 ກໍລະນີ ແລະ ວຽກງານອື່ນໆ ເຫັນໄດ້ຮັບຜົນສຳເລັດເປັນສ່ວນຫຼາຍ.

ພ້ອມນີ້ ກອງປະຊຸມຍັງໄດ້ຮັບຟັງການລາຍງານບັນຫາພົ້ນເດັ່ນຈາກພາກສ່ວນຕ່າງໆ ແລະ ການປະກອບຄຳເຫັນ ຫາວິທີແກ້ໄຂບັນຫາທີ່ຍັງຄົງຄ້າງ ເພື່ອພ້ອມກັນປະຕິບັດໃຫ້ໄດ້ຮັບຜົນສຳເລັດຕາມຄາດໝາຍ.

About admins16