ອາດີດນາຍົກລັດຖະມົນຕີ ໃຫ້ທິດຊີ້ນຳແຂວງບໍລິຄຳໄຊ ເນັ້ນເອົາການພັດທະນາລົງສູ່ຮາກຖານ

ໃນຕອນເຊົ້າຂອງວັນທີ 25 ກຸມພາ 2022 ຢູ່ຫ້ອງປະຊຸມຂອງຫ້ອງວ່າການແຂວງບໍລິຄຳໄຊ ທ່ານ ບົວສອນ ບຸບຜາວັນ ອາດີດກົມການເມືອງສູນການພັກ ອາດີດນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍລິຄຳໄຊ, ເປັນກຽດຕ້ອນຮັບໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີຄະນະປະຈຳພັກແຂວງ, ພະນັກງານຫຼັກແຫຼ່ງຂອງແຂວງ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງໄດ້ລາຍງານກ່ຽວກັບຄວາມຄືບໜ້າໃນການປະຕິບັດ ວິໄສທັດການພັດທະນາ ແຂວງບໍລິຄຳໄຊ 2016 – 2030 ວ່າ: ຜ່ານການຈັດຕັ້ງປະຕິບັດຕົວຈິງໃນແຜນ 05 ປີ ສະບັບທີ່ 04 ແຕ່ 2016-2020  ນັ້ນ ພົບວ່າ: ເສດຖະກິດໂດຍລວມຂອງແຂວງ ຍັງສາມາດເຕີບໂຕໃນລະດັບສະເລັ່ຍ 6,5%, (ຄາດໝາຍ 7,8%) ລວມຍອດຜະລິດຕະພັນ ປັດຈຸບັນ 6,083 ຕື້ກີບ.

ໃນນັ້ນ ຂະແໜງກະສິກຳ ແລະ ປ່າໄມ້ ເຕີບໂຕໃນລະດັບ 4%, ອຸດສະຫະກຳ ແລະ ການກໍ່ສ້າງ 11% ແລະ ຂະແໜງບໍລິການ ເຕີບໂຕໃນລະດັບ 3%, ສະເລ່ຍ 2.131 ໂດລາຕໍ່ຄົນ, ປີ 2021 ສາມາດຜະລິດເຂົ້າໄດ້ທັງໝົດ 148,527 ໂຕນ, ໃນເນື້ອທີ່ນາປີ 40.934 ເຮັກຕາ, ນາແຊງ 1.982 ຮຕ ແລະ ໄຮ່ 1.844 ຮຕ, ອັດຕາການບໍລິໂພກຊີ້ນ, ປາ, ໄຂ່ ໄດ້ 56,46 ກລ/ຄົນ, ໄມ້ວິກ ມີທັງໝົດປະມານ 12.000 ຮຕ, ໄມ້ຢາງພາລາ ປະມານ 25,000 ຮຕ, ມີເນື້ອທີ່ສາມາດກິດຢາງແລ້ວ 68% ຜະລິດໄດ້ປະມານ 58,100 ໂຕນ, ມີມູນຄ່າການຊື້-ຂາຍປະມານ 476 ຕື້ກີບ, ໂຄງການສົ່ງເສີມການປູກໄມ້ເກດສະໜາໃນທົ່ວແຂວງມີປະມານ 4,582 ຮຕ.

ນອກນັ້ນ ຍັງມີໂຄງການລົງທຶນປູກໝາກມ່ວງ 1.359 ເຮັກຕາ, ໝາກຖົ່ວລຽນ 270 ຮຕ, ໝາກກ້ຽງໃຫຍ່ 342 ຮຕ, ປູກກ້ວຍ 2.376 ຮຕ ຜົນຜະລິດປະມານ 60.000 ໂຕນ/ປີ, ມີມູນຄ່າປະມານ 15 ລ້ານໂດລາຕໍ່ປີ, ມັນຕົ້ນ 12.500 ຮຕ, ຜົນຜະລິດ 200.000-250.000 ໂຕນ/ປີ, ມີມູນຄ່າການຊື້-ຂາຍ 160 ຕື້ – 200 ຕື້ກີບ/ປີ.

ໃນຕອນທ້າຍ ທ່ານ ບົວສອນ ບຸບຜາວັນ ຍັງໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ພ້ອມຍັງໃຫ້ທິດຊີ້ນຳຫຼາຍບັນຫາ ເປັນຕົ້ນແມ່ນ ການສ້າງແຂວງບໍລິຄໍາໄຊ ໃຫ້ເປັນແຂວງທີ່ມີການພັດທະນາໄວ ແລະ ຍືນຍົງ ຕ້ອງກຳແຫນ້ນສະພາບແວດລ້ອມຂອງແຂວງ, ຈຸດແຂງ-ຈຸດອ່ອນ, ສີ່ງທ້າທາຍ ແລະ ກາລະໂອກາດ, ປັດໃຈຫລັກຂອງການພັດທະນາ ແລະ ກຳແໜ້ນປັດໃຈສະຫນັບສະຫນູນການພັດທະນາ, ເອົາໃຈໃສ່ຕໍ່ຮາກຖານບ້ານ ເພາະແມ່ນບ່ອນດຳລົງຊີວິດ, ບ່ອນຜະລິດ ແລະ ບ່ອນບໍລິການປະຊາຊົນ, ແມ່ນບ່ອນທີ່ມີທ່າແຮງບົ່ມຊ້ອນອັນມະຫາສານ ນັບທັງຊັບພະຍາກອນມະນຸດ, ຊັບພະຍາກອນທຳມະຊາດ ແລະ ຊັບສິນທືນຮອນອື່ນໆ.

ເນັ້ນການສ້າງຮາກຖານຂັ້ນບ້ານ ຕ້ອງອີງໃສ່ດ້ານແນວທາງການເມືອງ, ຍົກລະດັບການຈັດຕັ້ງ ການຜະລິດ ແລະ ການບໍລິການ, ຍົກລະດັບ ກໍາລັງການຜະລິດໃຫ້ສູງຂື້ນ, ການພັດທະນາ ດ້ານສັງຄົມ – ວັດທະນະທຳ, ດ້ານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ໄປພ້ອມກັບການສ້າງບ້ານພັດທະນາ, ສ້າງເມືອງໃຫ້ເປັນຫົວຫນ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງແຂວງໃຫ້ເປັນຫົວຫນ່ວຍຍຸດທະສາດ.

About admins16