ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມກັບຄືນສູ່ປິຕິພູມທີ່ແສນຮັກຢ່າງສົມກຽດ

ໃນຕອນບ່າຍຂອງວັນທີ 22 ພຶດສະພາ 2023 ຂະບວນນຳສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ ສປປ ລາວ ຈຳນວນ 10 ອັດຖິ ການນໍາແຂວງບໍລິຄຳໄຊ ສປປ ລາວ ນໍາຂະບວນໂດຍ ສະຫາຍ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ຫົວໜ້າຄະນະປະຕິບັດງານພິເສດແຂວງບໍລິຄຳໄຊ ແລະ ການນໍາແຂວງຮ່າຕິ້ງ ສສ ຫວຽດນາມ ນໍາໂດຍສະຫາຍ ຫງວຽນຮົ່ງຫຼິງ ຄະນະປະຈໍາພັກແຂວງ, ຮອງປະທານຜູ້ປະຈໍາການຄະນະກໍາມະການປະຊາຊົນແຂວງຮ່າຕິ້ງ ແລະ ການນໍານະຄອນຫຼວງວຽງຈັນ ນໍາໂດຍສະຫາຍ ພົ.ວ ສີພອນ ຈັນສົມວົງ ຮອງເລຂາຄະນະພັກນະຄອນຫຼວງ, ຫົວໜ້າຄະນະປະຕິບັດງານພິເສດ ນະຄອນຫຼວງວຽງຈັນ ໄດ້ເດີນທາງຮອດດ່ານສາກົນ ນໍ້າພາວ-ເກົາແຈວ ແຂວງຮ່າຕິ້ງ ກັບຄືນສູ່ປິຕິພູມທີ່ແສນຮັກຢ່າງສົມກຽດ ເປັນກຽດຕ້ອນຮັບຂະບວນດັ່ງກ່າວໂດຍສະຫາຍ ຫວໍຈ້ອງຫາຍ ຮອງເລຂາພັກແຂວງ ປະທານຜູ້ປະຈໍາການຄະນະກຳມະການປະຊາຊົນແຂວງຮ່າຕິ້ງ ພ້ອມດ້ວຍຄະນະນໍາຂອງແຂວງ, ເຈົ້າໜ້າທີ່ ແລະ ພະນັກງານທີ່ປະຕິໜ້າທີ່ຢູ່ດ່ານເກົາແຈວ ຄອຍຕ້ອນຮັບຢ່າງອົບອຸ່ນ ພ້ອມໄດ້ຈັດພິທີໄຫ້ວອາໄລ ແລະ ຈູດທູບບູຊາຈາລຶກບຸນຄຸນ ແລະຄຸນງາມຄວາມດີ ເຖິງບັນດານັກຮົບວິລະຊົນ, ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດ ເພື່ອປະເທດຊາດ, ເພື່ອປະຊາທິປະໄຕ ຂອງປະຊາຊົນທັງສອງຊາດລາວ-ຫວຽດນາມ.

ຈາກນັ້ນ ໄດ້ເຄື່ອນຍ້າຍອັດຖິເຂົ້າສູ່ສຸສານເນິ່ມເມືອງເຮືອງເຊີນ ແຂວງຮ່າຕິ້ງ ສສ ຫວຽດນາມ ຕະຫຼອດເສັ້ນທາງເຕັມໄປດ້ວຍມວນຊົນຊາວແຂວງຮ່າຕິ້ງ, ພະນັກງານ, ທະຫານ-ຕຳຫຼວດ, ປະຊາຊົນ ຕະຫຼອດຮອດນັກຮຽນນັກສຶກສາ ຢືນຢູ່ຕາມເສັ້ນທາງ ເພື່ອສະແດງຄວາມເຄົາລົບຮູ້ບຸນຄຸນ ແລະ ສະແດງຄວາມຍິນດີຕ້ອນຮັບ ອັດຖິຂອງນັກຮົບວິລະຊົນ ທີ່ສຸມທຸກສະຕິ, ເຫື່ອແຮງ ແລະ ເສຍສະລະຊີວິດເລືອດເນື້ອ ເພື່ອພາລະກິດປະຕິວັດຊາດ ປະຊາທິປະໄຕ ແລະ ເມື່ອເດີນທາງຮອດສູ່ສຸສານເນິ່ມເມືອງເຮືອງເຊີນ ການນໍາແຂວງ, ພະນັກງານ ແລະ ມວນຊົນຊາວແຂວງຮ່າຕິ້ງ ກໍ່ໄດ້ຈັດພິທີທາງສາສະໜາ ຕາມຮີດຄອງປະເພນີຢ່າງຍິ່ງໃຫຍ່ສົມກຽດ.

About admins16