ຫ້ອງສັນຕິບານ ມອບເງິນຊ່ວຍປຸກສ້າງຫ້ອງການພະແນກສືບສວນ-ສອບສວນ

ໃນວັນທີ 22 ພະຈິກ 2022 ຫ້ອງສັນຕິບານ ປກສ ແຂວງບໍລິຄໍາໄຊ ໄດ້ນໍາເງິນ 2.000.000 ກີບ ມາມອບເພື່ອສົມທົບທຶນປຸກສ້າງຫ້ອງການ ພະເເນກສືບສວນ – ສອບສວນ ຫ້ອງຕໍາຫຼວດ, ຕາງໜ້າກ່າວມອບໂດຍ ທ່ານ ຮອ ຊັນເດ ໄຊຍະສານ ຮອງຫົວໜ້າພະແນກຫ້ອງການ ຫ້ອງສັນຕິບານ ແລະ ກ່າວຮັບໂດຍທ່ານ ພັຕ ບຸນທະວີ ພົມມະໄຊ ຫົວໜ້າພະເເນກ ສືບສວນ-ສອບສວນ.

ທ່ານ ຮອ ຊັນເດ ໄຊຍະສານ ໄດ້ກ່າວວ່າ ການນໍາເອົາເງິນມາມອບໃນຄັ້ງນີ້ ເພື່ອສົມທົບທຶນໃນການຈັດຊື້ວັດຖຸ, ອຸປະກອນຕ່າງໆ ເຂົ້າໃນການປຸກສ້າງຫ້ອງການ ພະເເນກ ສືບສວນ – ສອບສວນ ຫ້ອງຕໍາຫຼວດ ທັງເປັນການປະກອບສວ່ນຊຸກຍູ້ວຽກງານຫ້ອງການໃຫ້ມີຄວາມສະດວກ ໃນການປະຕິບັດວຽກງານວິຊາສະເພາະ ນຳໃຊ້ເຂົ້າໃນການປັບປຸງບູລະນະກົມກອງ ໃຫ້ມີການພັດທະນາກ້າວຂື້ນຢ່າງບໍ່ຢຸດຢັ້ງ.

ໂອກາດນີ້ ທ່ານ ພັຕ ບຸນທະວີ ພົມມະໄຊ ຫົວໜ້າພະເເນກ ສືບສວນ – ສອບສວນ ກ່າວສະເເດງຄວາມຂອບໃຈ ມາຍັງຄະນະຫ້ອງສັນຕິບານ ທີ່ໄດ້ນໍາເອົາເງິນມາມອບໃຫ້ໃນຄັ້ງນີ້ ແລະ ຈະນໍາເອົາເງິນຈໍານວນດັ່ງກ່າວ ໄປນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ.

About admins14