ຫ້ອງສັນຕິບານ ປກສ ແຂວງບໍລິຄໍາໄຊ ສະຫຼຸບວຽກງານປະຈໍາ ປີ 2020

  

ໃນຕອນເຊົ້າວັນທີ 11 ມີນາ 2021 ນີ້ ຢູ່ສະໂມສອນ ປກສ ແຂວງບໍລິຄໍາໄຊ ຫ້ອງສັນຕິບານ ປກສ ແຂວງ ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈໍາ ປີ 2020 ແລະ ທິດທາງແຜນການ ປີ 2021 ໂດຍການເປັນປະທານຂອງ ທ່ານ ພັທ ສຸກສະຫັວນ ບຸບຜາພັນ ຄະນະພັກກອງບັນຊາການ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງສັນຕິບານ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ພັນໂທ ຜາຂົງ ດອກມະນີຈັນ, ຮອງເລຂາຄະນະພັກ, ຮອງຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ, ພ້ອມດ້ວຍ ຫົວໜ້າ, ຄະນະພະແນກ, , ປກສ ເມືອງ, ແຂກທີ່ຖຶກເຊີນ ແລະ ບັນດາພະນັກງານ-ນັກຮົບ ເຂົ້າຮ່ວມ.

ໃນ 1 ປີຜ່ານມາ ຄະນະພັກ ຄະນະບັນຊາ ຫ້ອງສັນຕິບານ ປກສ ແຂວງ ໄດ້ຖືເອົາວຽກງານນໍາພາສຶກສາອົບຮົມການເມືອງ – ແນວຄິດເປັນຫຼັກ ນຳເອົາແນວທາງ, ມະຕິ, ຄໍາສັ່ງ ແລະ ເອກະສານທີ່ສໍາຄັນຂອງພັກ – ລັດ ມາເຜີຍແຜ່ເຊື່ອມຊືມໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ໃຫ້ມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີແນວຄິດການເມືອງໜັກແໜ້ນ, ມີຄຸນສົມບັດສີນທໍາປະຕິວັດ, ມີຄວາມຊື່ສັດບໍລິສຸດ ແລະ ໄດ້ຕີລາຄາການຈັັດຕັ້ງປະຕິບັດ 4 ຄາດໝາຍ 11 ວຽກຍຸດທະສາດ ແລະ 7 ໂຄງການຂອງຫ້ອງສັນຕິບານ.

ດ້ານວຽກງານວິຊາສະເພາະ ກໍ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ຄື: ວຽກງານຕໍາຫຼວດກວດຄົນເຂົ້າ-ອອກເມືອງ: ອອກໃບຜ່ານແດນລາວ-ໄທ-ຫວຽດນາມ ທັງໝົດ 1,950 ຄົນ, ຍິງ 720 ຄົນ, ຍົກເວັ້ນ 48 ຄົນ, ອອກປື້ມຜ່ານແດນ ລາວ-ໄທ-ຫວຽດນາມ ທັງໝົດ 2,481 ຄົນ, ຍິງ 1,194 ຄົນ, ຍົກເວັ້ນ 117 ຄົນ, ມີຄົນເຂົ້າ-ອອກເມືອງທັງໝົດ 156,287 ຄົນ, ຍິງ 70,048 ຄົນ, ເດັກ 4,851 ຄົນ, ພາຫະນະເຂົ້າ-ອອກທັງໝົດ 62,138 ຄັນ.

ວຽກງານຄຸ້ມຄອງຄົນຕ່າງປະເທດ: ອອກບັດ ID card ໃຫ້ຄົນຕ່າງປະເທດທັງໝົດ 206 ຄົນ, ຍິງ 51 ຄົນ, ມີ 05 ສັນຊາດ, ຂື້ນທະບຽນພັກເຊົາ ທັງຫມົດ 19,019 ຄົນ, ຍິງ 7,628 ຄົນ, ມີ 05 ສັນຊາດ, ຄະດີເກີດຂື້ນ 03 ເລື່ອງ, ຜ່ານເອກະສານຂໍແຕ່ງດອງມີ 10 ຊຸດ, 2 ສັນຊາດ, ຄົ້ນຄວ້າເອກະສານ 4 ຊຸດ, ຄົນຕ່າງປະເທດເຂົ້າມາເຮັດວຽກຢູ່ແຂວງບໍລິຄໍາໄຊ ທັງໝົດ 2,377 ຄົນ, ຍິງ 210 ຄົນ, ມີ 27 ສັນຊາດ.

ວຽກງານພາລາທິການ: ເອົາໃຈໃສ່ຂື້ນແຜນງົບປະມານ ຄຸ້ມຄອງລາຍຮັບ-ລາຍຈ່າຍຮ່ວງຕ່າງໆ, ວຽກງານຫັນລົງກໍ່ສ້າງຮາກຖານ ຄັດເລືອກເອົາພະນັກງານທີ່ມີມາດຖານເງື່ອນໄຂ ແລະ ເປັນເປົ້າໝາຍສືບທອດປ່ຽນແທນລົງເຮັດວຽກກໍ່ສ້າງຮາກຖານ ວຽກງານວິຊາສະເພາະອື່ນໆອີກ ທີ່ຂື້ນກັບຄວາມຮັບຜິດຊອບຂອງຕົນໄດ້ຮັບຜົນສໍາເລັດເປັນກ້າວໆ.

ບັນດາສະຫາຍທີ່ເຂົ້າຮ່ວມ ໄດ້ຜັດປ່ຽນກັນປະກອບຄໍາຄິດ ຄໍາເຫັນໃສ່ຮ່າງບົດສະຫຼຸບ ແລະ ທິດທາງແຜນການຢ່າງກົງໄປກົງມາ ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມທິດທາງທີ່ວ່າງໃວ້ໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ.

ຕອນທ້າຍກອງປະຊຸມ ທ່ານປະທານ ກໍ່ໄດ້ມີຄຳເຫັນໂອ້ລົມ ເຊີ່ງທ່ານໄດ້ເນັ້ນໜັກຫຼາຍບັນທີ່ສຳຄັນ ໃຫ້ບັນດາຄະນະພັກ, ຄະນະບັນຊາທຸກຂັ້ນ ຈົ່ງເອົາໃຈໃສ່ຊີ້ນໍາ-ນໍາພາເຮັດວຽກງານສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ພະນັກງານ-ນັກຮົບ, ໃຫ້ມີແນວຄິດອຸ່ນອຽນທຸ່ນທ່ຽງ, ໜັກແໜ້ນ ,ເອົາໃຈໃສ່ເຮັດສໍາເລັດທຸກໜ້າທີ່ວຽກງານ, ສາມາດແກ້ໄຂໄດ້ບັນຫາຕ່າງໆ ໄດ້ທັນເຫດການ, ມີຄວາມເປັນລະບຽບຮຽບຮ້ອຍດີ, ຊຸກຍູ້ຕິດຕາມແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂື້ນໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມລະບຽບກົດໝາຍຂອງ ສປປລາວ ຢ່າງເຂັ້ມງວດ.

 

About admin11