ຫ້ອງວ່າການແຂວງ ມອບເຂົ້າສານຈໍານວນ 2 ໂຕ່ນ ໃຫ້ເມືອງບໍລິຄັນ

ດ້ວຍຄວາມເປັນຫ່ວງເປັນໄຍຂອງພັກ-ລັດຂັ້ນເທີ່ງ ທີ່ມີຕໍ່ພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ເພື່ອເປັນການຊ່ວຍເຫຼືອ-ບັນເທົາທຸກ ຕໍ່ຄອບຄົວທີ່ຍັງຂາດເຂີນ ໃນວັນທີ 27 ສິງຫາ 2021 ຢູ່ຫ້ອງວ່າການແຂວງ ທ່ານ ສາຍຄໍາ ວົງຄໍາທອງ ຮອງຫົວໜ້າຫ້ອງວ່າການແຂວງ ຕາງໜ້າໃຫ້ການນໍາຂອງແຂວງບໍລິຄໍາໄຊ ໄດ້ມອບເຂົ້າສານ ຈໍານວນ 2 ໂຕ່ນ ໃຫ້ເມືອງບໍລິຄັນ ເພື່ອນໍາໄປຊ່ວຍເຫຼືອຄອບຄົວອານາຖາ, ຕາງໜ້າຮັບໂດຍ ທ່ານ ວັນເລີນ ປຸ້ຍໄມນີ ເຈົ້າເມືອງບໍລິຄັນ ມີຄະນະທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດນີ້ ທ່ານເຈົ້າເມືອງບໍລິຄັນ ໄດ້ສະແດງຄວາມຂອບໃຈຕໍ່ການນໍາພັກ-ລັດຂັ້ນເທີງ ທີ່ມີຄວາມເປັນຫ່ວງເປັນໄຍ ແລະ ເຫັນໄດ້ເຖີງຄວາມສໍາຄັນ ຕໍ່ຊີວີດການເປັນຢູ່ຂອງພໍ່ແມ່ປະຊາຊົນ ແລະ ຈະໄດ້ນໍາເອົາເຂົ້າສານຈໍານວນດັ່ງກ່າວ ໄປຊ່ວຍເຫຼືອຄອບຄົວອານາຖາພາຍໃນເມືອງບໍລິຄັນ ຢ່າງທົ່ວເຖີງ.

About admins14