ຫ້ອງວ່າການແຂວງ ຝຶກອົບຮົມທັກສະການເວົ້າຕໍ່ໜ້າມວນຊົນ

ຊຸດຝຶກອົມຮົມການເວົ້າຕໍ່ໜ້າມວນຊົນ, ການສື່ສານ ແລະ ພາວະຜູ້ນຳ ໄດ້ຈັດຂຶ້ນໃນວັນທີ 14 ມິຖຸນາ 2022 ຢູ່ຫ້ອງວ່າການ ແຂວງບໍລິຄຳໄຊ ເປັນປະທານໂດຍ ທ່ານ ຄໍາຫຼ້າ ຫຼວງແສງເພັດ ຮອງຫົວໜ້າຫ້ອງວ່າການ, ມີຄະນະຮັບຜິດຊອບ ແລະ ວິທະຍາກອນ ຈາກສູນສ້າງທັກສະການເວົ້າຕໍ່ໜ້າມວນຊົນ, ການສື່ສານ, ພາວະຜູ້ນຳ ແລະ ທັກສະຊີວິດ, ສະມາຊິກຊາວໜຸ່ມພາຍໃນຮາກຖານຫ້ອງວ່າການ ເຂົ້າຮ່ວມ.

ໃນຊຸດຝຶກອົບຮົມ ນັກສຳມະນາກອນ ຈະໄດ້ຮຽນຮູ້ຄວາມກ່ຽວກັບທັກສະການເອົາຊະນະຄວາມຢ້ານໃນການເວົ້າຕໍ່ໜ້າມວນຊົນ, ການເປັນພິທີການ – ພິທີກອນກອງປະຊຸມທາງການ, ການກ່າວເປີດ – ປິດກອງປະຊຸມ, ການນຳພາກອງປະຊຸມ ແລະ ທັກສະການເວົ້າໃຫ້ພະນັກງານມີສ່ວນຮ່ວມ, ການເວົ້າໃຫ້ມີພະລັງ ແລະ ຕໍານິແບບສ້າງສັນ, ບຸກຄະລິກກະພາບຂອງພະນັກງານຫ້ອງການ, ການພັດທະນາພາວະຜູ້ນຳໃຫ້ຄອງໃຈຄົນ ແລະ ຄວາມສະຫຼາດທາງອາລົມ. ເຊີ່ງການເປັນພິທີກອນທີ່ມີປະສິດທິພາບ ຕ້ອງມີການກຽມໂຕ, ມີການຂຽນສະຄຣິບ, ມີການຝຶກຊ້ອມ, ມີຄວາມໝັ້ນໃຈ ແລະ ມີການຮຽນຮູ້ ພັດທະນາໂຕເອງ.

ນອກຈາກນັ້ນ ນັກສຳມະນາກອນ ຍັງຈະໄດ້ມີການສະເໜີ, ແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ ໂດຍຊຸດຝຶກອົບຮົມຄັ້ງນີ້ ຈະໄດ້ດຳເນີນໄປເປັນເວລາ 2 ວັນເຕັມ ແຕ່ວັນທີ 14 – 15 ມິຖຸນາ 2022 ຈຶ່ງສຳເລັດ.

ຈຸດປະສົງ ເພື່ອຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານໃຫ້ດີຂຶ້ນ ໂດຍສະເພາະແມ່ນທັກສະດ້ານການເວົ້າ, ການເປັນພິທີການ – ພິທີກອນກອງປະຊຸມ, ສາມາດນໍາພາ, ໃຫ້ຂໍ້ມູນ, ສ້າງຄວາມສົນໃຈ ແລະ ຄວາມເຂົ້າໃຈ ຕໍ່ກອງປະຊຸມ ແລະ ພິທີຕ່າງໆ.

About admins14