ຫ້ອງການ ຮສສ ເມືອງວຽງທອງລົງເຜີຍແຜ່ດຳລັດ 272/ລບ


ໃນວັນທີ 27 ຕຸລາ 2020 ຫ້ອງການ ຮສສ ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ລົງຈັດກອງປະຊຸມເຜີຍແຜ່ດຳລັດເລກທີ 272/ລບ ໃຫ້ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ຢູ່ບ້ານນາດີ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບົວພັນ ອີນຄຳມະວົງ ຮອງເຈົ້າເມືອງວຽງທອງ.


ທ່ານ ນາງ ພູວາ ຈັນທະສອນ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ໄດ້ຂື້ນເຜີຍແຜ່ດຳລັດເລກທີ 272/ລບ ລົງວັນທີ16/9/2015 ວ່າດ້ວຍການປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດຮັບໃຊ້ການປະຕິວັດຊາດປະຊາທິປະໄຕ ເຊິ່ງຈຸດປະສົງການລົງເຜີຍແຜ່ຄັ້ງນີ້ ກໍ່ເພື່ອໃຫ້ພໍ່ແມ່ປະຊາຊົນເຂົ້າໃຈ ເຖີງດຳລັດດັ່ງກ່າວກ່ຽວກັບການປະຕິບັດນະໂຍບາຍຂອງພັກ-ລັດ ວາງອອກ, ອີກດ້ານໜື່ງ ກໍ່ເພື່ອໃຫ້ຜູ້ທີ່ມີເງື່ອນໄຂຢູ່ໃນການປະຕິບັດຕາມນະໂຍບາຍຕາມດຳລັດດັ່ງກ່າວ ໄດ້ປະກອບເອກະສານຂໍອຸດໜູນນຳພັກ-ລັດ ຕາມຄວາມເໝາະສົມ.

About admin11