ຫ້ອງການ ຊສ ເມືອງປາກກະດິງ ເປີດວຽກງານພິສູດຫຼັກຖານອອກໃບຕາດິນແບບເປັນລະບົບ ບ້ານນາຫຼວງ

ໃນຕອນເຊົ້າວັນທີ 28 ກຸມພາ 2022 ຢູທີ່ສາລາວັດບ້ານນາຫຼວງ ເມືອງປາກກະດິງ ແຂວງບໍລິຄຳໄຊ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ໄດ້ຈັດພິທີເປີດການຈັດຕັ້ງປະຕິບັດວຽກງານພີສູດຫຼັກຖານອອກໃບຕາດິນ ແບບເປັນລະບົບ ຢູ່ບ້ານນາຫຼວງ  ໂດຍການເປັນປະທານຂອງທ່ານ ເຄນທາ ພົມມະວົງ ຮອງຫົວຫນ້າຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ.

ໃນພິທີ ໄດ້ເຜີຍແຜ່ຂໍ້ຕົກລົງຂອງເຈົ້າເມືອງປາກກະດິງ ວ່າດ້ວຍການອະນຸມັດເປີດວຽກງານພິສູດຫຼັກຖານອອກໃບຕາດິນແບບເປັນລະບົບຢູ່ບ້ານນາຫຼວງ ແລະ ແຕ່ງຕັ້ງຄະນະຊີ້ນຳ ພ້ອມດ້ວຍວິຊາການຮັບຜິດຊອບວຽກງານດັ່ງກ່າວ, ເຜີຍແຜ່ກົດໝາຍບາງມາດຕາ ກ່ຽວກັບທີ່ດິນ-ທາງຫຼວງ-ທາງຮ່ອມ ແລະ ບົດບາດຍິງ-ຊາຍ ໃນການມີສິດນຳໃຊ້ທີ່ດິນ ພ້ອມທັງສະເໜີຫຍໍ້ຂັ້ນຕອນການເດີນສຳຫຼວດພິສູດຫຼັກຖານອອກໃບຕາດິນແບບເປັນລະບົບ.

ໃນພິທີ ໄດ້ເປີດໂອກາດໃຫ້ພໍ່ແມ່ປະຊາຊົນຊັກຖາມ ແລະ ແກ້ຂໍ້ຂ້ອງໃຈ ຈຸດປະສົງ ເພື່ອໃຫ້ປະຊາຊົນຮັບຮູ້-ເຂົ້າໃຈເລິກເຊີ່ງກ່ຽວກັບຄວາມໝາຍຄວາມສຳຄັນຂອງການອອກໃບຕາດິນແບບເປັນລະບົບ, ແນໃສ່ໃຫ້ການຈັບຈອງ ແລະ ນຳໃຊ້ທີ່ດິນຂອງພໍ່ແມ່ປະຊາຊົນ ຖືກຕ້ອງ ແລະ ສອດຄ່ອງຕາມລະບຽບກົດໝາຍ.

ການຈັດຕັ້ງປະຕິບັດວຽກງານພິສູດຫລັກຖານອອກໃບຕາດິນແບບເປັນລະບົບ ຢູ່ບ້ານນາຫຼວງໃນຄັງນີ້ ຕາມເປົ້າໝາຍ ມີ: ດິນກະສິກຳ 250 ຕອນ ແລະ ດິນປຸກສ້າງ 180 ຕອນ, ໂດຍເລັ່ງໃສ່ພິສູດຫລັກຖານອອກໃບຕາດິນ – ດິນປຸກສ້າງເປັນຫຼັກໃນເວລາ 50 ກ່ວາວັນ ໃຫ້ສຳເລັດຕາມແຜນທີ່ວາງໄວ້.

 

 

About admin11