ຫ້ອງການ ຊສ ເມືອງບໍລິຄັນ ຈັດປະຊູມປະຊາສໍາພັນການອອກໃບຕາດິນແບບເປັນລະບົບ

ໃນຕອນບ່າຍຂອງວັນທີ່ 13 ກໍລະກົດ 2021 ຢູ່ສະໂມສອນ ບ້ານ ກົກໂພ ເມືອງ ບໍລິຄັນ ແຂວງບໍລິຄຳໄຊ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມເມືອງ ໄດ້ລົງຈັດກອງປະຊູມປະຊາສໍາພັນການອອກໃບຕາດີນແບບເປັນລະບົບ ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ທອງໃບ ທອງໃສ ຮອງເຈົ້າເມືອງ.

ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ເມືອງ ໄດ້ອະທິບາຍເນື້ອໃນບາງມາດຕາຂອງກົດໝາຍ ກ່ຽວກັບສິດ ແລະ ພັນທະ ຂອງພົນລະເມືອງ ໃນການນໍາໃຊ້ເນື້ອທີ່ດີນແບບຖືກຕ້ອງ ໃຫ້ພໍ່ແມ່ປະຊາຊົນຮັບຮູ້ ແລະ ເຂົ້າໃຈ, ເປັນຕົ້ນແມ່ນ ເພື່ອເຮັດໃຫ້ຜູ້ຄອບຄອງນໍາໃຊ້ທີ່ດິນໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຄໍາສັ່ງແນະນໍາຂອງຂັ້ນເທີງຕໍ່ວຽກງານຂື້ນທະບຽນທີ່ດິນ ແລະ ອອກໃບຕາດິນ ເຮັດໃຫ້ຜູ້ຄອບຄອງນໍາໃຊ້ທີ່ດິນເຂົ້າໃຈເຖີງຂັ້ນຕອນ ແລະ ຂະບວນການຂື້ນທະບຽນທີ່ດິນ ເພື່ອເປັນການຢັ້ງຢືນສີດນໍາໃຊ້ດິນຢ່າງຖືກຕ້ອງຕາມກົດໝາຍ.

ຈາກນັ້ນ, ອໍານາດການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນ ກໍ່ໄດ້ມີການປະກອບຄໍາຄິດ ຄໍາເຫັນ ແລກປຽນຖອດຖອນບົດຮຽນ ຢ່າງກົງໄປກົງມາເພື່ອວາງທີດທາງແຜນການໃນຕໍ່ໜ້າ ໂດຍແນໃສ່ ເຮັດໃຫ້ວຽກງານອອກໃບຕາດິນເປັນລະບົບ ໄດ້ຮັບການຈັດຕັ້ງປະຕິບັດດ້ວຍໝາກຜົນສຳເລັດ ທີ່ມີຄຸນນະພາລສູງ.

About admin11