ຫ້ອງການ-ການເງິນເມືອງວຽງທອງ ສະຫຼູບແຜນງົບປະມານແຫ່ງລັດ ປະຈຳປີ

 

ໃນວັນທີ 4 ມີນາ 2021 ຫ້ອງການການເງິນເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມສະຫຼູບການຈັດຕັ້ງປະຕິບັດງົບປະມານແຫ່ງລັດ ປະຈຳປີຂື້ນ ຢູ່ທີ່ຫ້ອງປະຊຸມຊັ້ນ III ຂອງຫ້ອງວ່າການປົກຄອງເມືອງ, ໂດຍການເຂົ້າຮ່ວມຂອງ ທ່ານ ພັອ ຄໍາແພນ ວິລືທໍາ ເຈົ້າເມືອງວຽງທອງ.

ໃນກອງປະຊຸມ ທ່ານ ເກດວິສັກ ພອນວິໄລ ຮອງຫົວໜ້າຫ້ອງການ-ການເງີນເມືອງ ໄດ້ໃຫ້ກຽດຂື້ນຜ່ານຮ່າງບົດສະຫຼູບການຈັດຕັ້ງປະຕິບັດງົບປະມານແຫ່ງລັດສົກປີ 2020 ແລະ ທິດທາງແຜນການສົກປີ 2021 ວ່າ: ໃນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ສົກປີ 2020 ເຫັນວ່າ ສະພາບງົບປະມານ ລາຍຮັບສະໜອງລາຍຈ່າຍໄດ້ທັນຕາມກຳນົດເວລາ, ປະຕິບັດລາຍຮັບ-ລາຍຈ່າຍງົບປະມານຕາມແຜນການດຸນດ່ຽງຈາກແຂວງ ຕາມແຜນ 24.235.450.000 ກີບ ປະຕິບັດໄດ້ 22.400.000.000 ກີບ ເທົ່າກັບ 92,43% ທຽບໃສ່ປີຜ່ານມາ 98,24% ແລະ ລາຍຮັບພາຍໃນເມືອງ ຕາມແຜນ 4.130.330.000 ກີບ, ປະຕິບັດໄດ້ 4.480.114.044 ກີບ ເທົ່າກັບ 108,47% ທຽບໃສ່ໄລຍະດຽວຂອງປີຜ່ານມາ ເທົ່າ 95,17%, ໃນນັ້ນ ຮັບມາຈາກສ່ວຍສາອາກອນ ແຜນປີ 2.166.920.000ກີບ, ປະຕິບັດໄດ້ 2.199.553.155 ກີບ ເທົາກັບ 101,51 %, ທຽບໃສ່ປີຜ່ານມາເທົ່າກັບ 108,93%, ລາຍຮັບຈາກຊັບສີນຂອງລັດ ແຜນການປີ 630.000.000ກີບ, ປະຕິບັດໄດ້ 878.267.379 ກີບ ເທົ່າກັບ 139,41 %, ສົມທຽບໃສ່ປີຜ່ານມາຫລຸດລົງ 78.67% ດ້ານລາຍຈ່າຍແມ່ນໄດ້ປະຕິບັດຕາມແຜນປີ ແມ່ນໄດ້ປະຕິບັດຖືກຕ້ອງຕາມຮ່ວງ, ຕາມພາກ, ຖືກຕາມລະບຽບຂອງການເງີນວາງອອກ.

ຕອນທ້າຍກອງປະຊຸມ ກໍ່ໄດ້ຈັດພິທີ ມອບໃບຍ້ອງຍໍໃຫ້ບຸກຄົນທີ່ມີຜົນງານດີເດັ່ນ ທີ່ໄດ້ປະກອບສ່ວນວຽກງານການເງີນຂອງເມືອງ.

 

About admin11