ຫ້ອງການສຶກສາທິການ ແລະ ກິລາເມືອງວຽງທອງ ສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານການສຶກສາ – ກິລາ ສົກຮຽນ 2021-2022

ໃນວັນທີ 29 – 30 ກັນຍາ 2022 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ ແຂວງບໍລິຄຳໄຊ, ຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານການສຶກສາ – ກິລາ ປະຈໍາສົກຮຽນ 2021 – 2022 ແລະ ວາງທິດທາງແຜນການ 2022 – 2023, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສົມຫວັງ ວິໄລວັນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບົວພັນ ອິນຄໍາມະວົງ ຮອງເຈົ້າເມືອງວຽງທອງ, ຜູ້ຊີ້ນຳວຽກວັດທະນະທຳສັງຄົມ, ທ່ານ ລົມ ແພງສຸກ ຫົວໜ້າພະແນກສຶກສາແຂວງ, ມີຄະນະຫ້ອງການສຶກສາ, ພະນັກງານ, ຜູ້ອໍານວຍການໂຮງຮຽນ, ຄູ – ອາຈານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ທ່ານ ອາຈານ ປະນົມໄພ ຈັນທະວົງ ຄະນະຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ໃຫ້ກຽດຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາວຽກງານສຶກສາ ແລະ ກິລາ ປະຈຳສົກຮຽນ 2021 – 2022 ແລະ ທິດທາງແຜນການສົກຮຽນ 2022 – 2023 ເຊີ່ງໄດ້ສະແດງໃຫ້ເຫັນເຖີງຜົນສຳເລັດ ແລະ ຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດ 15 ຄາດໝາຍຂອງແຜນພັດທະນາຂະແໜງການສຶກສາ ແລະ ກິລາ ປະຈຳສົກຮຽນ 2021-2022 ສະແດງໃຫ້ເຫັນໄດ້ວ່າໃນ 15 ຄາດໝາຍທີ່ກໍານົດໄວ້ໃນແຜນປີຜ່ານມາ ມີພຽງ 3 ຄາດໝາຍທີ່ບັນລຸຕາມແຜນ, 4 ຄາດໝາຍທີ່ມີຄວາມກ້າວໜ້າ, 6 ຄາດໝາຍທີ່ທົດຖອຍ.

ຈຸດປະສົງ ກໍ່ເພື່ອເປັນການຕີລາຄາຄືນຜົນການຈັດຕັ້ງປະຕິບັດວຽກງານບໍລິຫານການສຶກສາທົ່ວເມືອງວຽງທອງເຊີ່ງມີທັງດ້ານດີ, ດ້ານອ່ອນ ແລະ ຊອກຫາວິທີແກ້ໄຂຂໍ້ຄົງຄ້າງ ພ້ອມທັງວາງທິດທາງແຜນການຈັດຕັ້ງປະຕິບັດໃນ ສົກປີ 2022 – 2023.

ປະທານກອງປະຊຸມ ຍັງໄດ້ມີຄໍາຖາມເຈາະຈີ້ມບາງບັນຫາ ກ່ຽວກັບການບໍລິຫານ, ການຄຸ້ມຄອງໂຮງຮຽນ, ນັກຮຽນອອກກາງປີ ແລະ ປະລະການຮຽນຫຼາຍ, ບັນຫານັກຮຽນປະຖົມ, ມັດທະຍົມຕົ້ນອ່ານບໍ່ໄດ້ຂຽນບໍ່ເປັນຄິດໄລ່ເລກ 4 ປະການ ແລະ ເລົ່າບັ້ງສູດບໍ່ໄດ້.

ຈາກນັ້ນຜູ້ບໍລິຫານທຸກຊັ້ນຮຽນ ໄດ້ຮ່ວມກັນປະກອບຄຳຄິດ, ຄຳເຫັນຢ່າງກົງໄປກົງມາໃສ່ບົດສະຫຼຸບ ແລະ ຄໍາຖາມເຈາະຈີ້ມຂອງທ່ານປະທານ ເພຶ່ອເຮັດໃຫ້ສອດຄ່ອງ ແລະ ເໝາະສົມຕໍ່ກັບສະພາບປະຈຸບັນ ເຮັດໃຫ້ວຽກງານການສຶກສາ ແລະ ກິລາທົ່ວເມືອງດີຂື້ນ.

ກອງປະຊຸມໄດ້ມີການມອບໃບຢັ້ງຢືນຂອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໃຫ້ບັນດາໂຮງຮຽນປອດຢາເສບຕິດ ແລະ ໃບຍ້ອງຍໍ, ຊົມເຊີຍ ໃຫ້ບັນດາໂຮງຮຽນ ແລະ ບຸກຄົນດີເດັ່ນໃນການປະກອບສ່ວນເຂົ້າໃນວຽກງານການສຶກສາ.

ຕອນທ້າຍ ກອງປະຊຸມ ທ່ານ ບົວພັນ ອິນຄໍາມະວົງ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ກ່ອນອື່ນທ່ານໄດ້ເນັ້ນໜັກຫຼາຍບັນຫາທີ່ຈະຕ້ອງປັບປຸງແກ້ໄຂຢ່າງຮິບດ່ວນ ເປັນຕົ້ນການບໍລິຫານຄຸ້ມຄອງ, ນິເທດພາຍໃນ, ການຮຽນ – ການສອນບໍາລຸງນັກຮຽນ, ບັນຈຸສັບຊ້ອນຄູ, ລະດົມໃຫ້ຮຽນຕໍ່ໃຫ້ມີຄວາມຮູ້, ຄວາມສາມາດເພື່ອມາພັດທະນາຊີວິດການເປັນຢູ່ຂອງຕົນຕາມເງື່ອນໄຂໃນທ້ອງຖີ່ນ.

About admins16