ຫຼາຍພາກສ່ວນ ປະກອບສ່ວນເຂົ້າໃນກິດຈະກຳ ຂັບຂີ່ປອດໄພຕ້ອງໃສ່ສາຍຮັດນິລະໄພ

ເພື່ອເປັນການຊຸກຍູ້ ແລະ ປະກອບສ່ວນເຂົ້າໃນກິດຈະກຳ ຂັບຂີ່ປອດໄພ ຕ້ອງໃສ່ສາຍຮັດນິລະໄພ ໃນຕອນເຊົ້າຂອງວັນທີ 31 ມີນາ 2021 ຢູ່ພະແນກໂຍທາທິການ ແລະ ຂົນສົ່ງແຂວງບໍລິຄຳໄຊ ບັນດາຜູ້ປະກອບການທຸລະກິດ ໄດ້ນຳເງິນຈຳນວນໜຶ່ງ ມາມອບໃຫ້ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ເພື່ອນຳໃຊ້ເຂົ້າໃນກິດຈະກຳດັ່ງກ່າວ.

ພາກສ່ວນທີ່ມາມອບໃນຄັ້ງນີ້ ມີ: ສູນກວດກາເຕັກນິກລົດຍົນ, ບໍລິສັດ ສຸກພອນໄຊ ຂົນສົ່ງສິນຄ້າຜ່ານແດນ, ບໍລິສັດ ໃຈປະສົງຂົນສົ່ງໂດຍສານຈຳກັດ ພາກສ່ວນລະ 1 ລ້ານກີບ, ໂຮງຮຽນແມັກ ການສ້ອມແປງ ແລະ ສອນຂັບລົດ 2 ລ້ານກີບ, ໂຮງຮຽນສອນ ຂັບລົດປາກຊັນ ແລະ ວິສາຫະກິດລວມໝູ່ ບໍລິການຄິວລົດໂດຍສານບໍລິຄຳໄຊ ພາກສ່ວນລະ 1.500.000 ກີບ, ວິສາຫະກິດ ຮຸ່ງເຮືອງພິມປ້າຍໂຄສະນາຄົບວົງຈອນ 2 ລ້ານກີບ, ທ່ານ ອຸ່ນຫຼ້າ ຕົວແທນຂາຍເບຍ-ນ້ຳຫວານລາວ ນ້ຳດື່ມ ມູນຄ່າ 1 ລ້ານກີບ ແລະ ທ່ານ ໄຊຍະສິດ ຕົວແທນຂາຍເບຍ-ນ້ຳຫວານລາວ ນ້ຳດື່ມ ເປັນມູນຄ່າ1.250.000 ກີບ ລວມມູນຄ່າທັງໝົດ 12.250.000 ກີບ ຕາງໜ້າຮັບໂດຍທ່ານ ທອນ ຈັນທະມີນາວົງ ຮອງຫົວຫນ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ.

ເພື່ອເປັນການປຸກລະດົມມວນຊົນໄດ້ມີສ່ວນຮ່ວມ ໃນການຫຼຸດຜ່ອນອຸປະຕິເຫດທາງຫຼວງ ໃຫ້ປະຊາຊົນຮັບຮູ້ເຂົ້າໃຈ ແລະ ມີສ່ວນຮ່ວມ ໃນການປະຕິບັດກົດຈະລາຈອນຢ່າງເຂັ້ມງວດ ເຊິ່ງໄດ້ກຳນົດໃຫ້ສັບປະດາທຳອິດຂອງເດືອນເມສາ ເປັນສັບປະດາຄວາມປອດໄພທາງຫຼວງ ໃນຂອບເຂດທົ່ວປະເທດ ໂດຍນຳໃຊ້ຄຳຂວັນ ຂັບຂີ່ປອດໄພ ຕ້ອງໃສ່ສາຍຮັດນິລະໄພ ຄາລາວານດັ່ງກ່າວ ຈະໄດ້ເລີ່ມ ໃນເວລາ 6:00 ໂມງ ຂອງວັນທີ 3 ເມສາ 2021 ຢູ່ອານຸສາວະລີທ່ານ ສີສົມພອນ ລໍວັນໄຊ.

About admins16