ຫຼາຍພາກສ່ວນ ຍັງສືບຕໍ່ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ແຂວງສະຫວັນນະເຂດ

ເພື່ອບັນເທົາຄວາມທຸກໂສກຂອງພີ່ນ້ອງຊາວແຂວງສະຫວັນນະເຂດ ທີ່ໄດ້ຮັບເຄາະຮ້າຍຈາກໄພພິບັດ ນ້ຳຖ້ວມ ໃນເດືອນຕຸລາຜ່ານ ໄດ້ເຮັດໃຫ້ຊີວິດ ແລະ ຊັບສິນຂອງປະຊາຊົນເສຍຫາຍຢ່າງມະຫາສານ, ໃນຕອນເຊົ້າຂອງວັນທີ 03 ພະຈິກ 2020 ຢູ່ຫ້ອງວ່າການແຂວງບໍລິຄຳໄຊ ໄດ້ຈັດພິທີມອບເຄື່ອງຊ່ວຍເຫຼືອປະຊາຊົນແຂວງສະຫວັນນະເຂດຂື້ນ ພາກສ່ວນທີ່ນຳເອົາເຄື່ອງມາມອບໂດຍມີທ່ານ ບຸນລ້ຽງ ດວງສະເພົາທອງ ຮອງຫົວໜ້າພະແນກການເງິນແຂວງ ແລະ ຫ້ອງການພາສີປະຈຳແຂວງ ເປັນເງິນສົດຈຳນວນ  7.030.000 ກີບ, ທ່ານ ນາງ ມີນາ ສີປະເສີດ ຮອງຫົວໜ້າຫ້ອງວ່າການເມືອງປາກກະດິງ ໄດ້ນຳເອົາ ເຄື່ອງນຸ່ງຫົ່ມ, ສາດຍາງ, ໝີ່, ເຂົ້າສານໜຽວ-ເຂົ້າຈ້າວ, ນໍ້າດື່ມ, ປ໋ອງປາ ຄິດເປັນມູນຄ່າ 6.790.000 ກີບ ພ້ອມດ້ວຍເງິນສົດ 15.492.000 ກີບ ລວມທັງໝົດ 22.282.000 ກີບ, ມາມອບໃຫ້ຫ້ອງວ່າແຂວງບໍລິຄຳໄຊ ເພື່ອນຳໄປມອບໃຫ້ປະຊາຊົນແຂວງສະຫວັນນະເຂດ ທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ ເປັນກຽດຮັບໂດຍທ່ານນາງ ຟອງສະໝຸດ ພົງວິຈິດ ຮອງຫົວໜ້າຫ້ອງວ່າການແຂວງ.

About admins16