ຫຼາຍພາກສ່ວນຮ່ວມສົບທົບທຶນ ເຂົ້າກອງທຶນໜຶ່ງດວງໃຈ ໃນງານສະເຫຼີມສະຫຼອງສົ່ງທ້າຍປີເກົ່າ – ຕ້ອນຮັບປີໃໝ່

ເພື່ອເປັນການເປີດໂອກາດໃຫ້ແຕ່ລະພາກສ່ວນໃນສັງຄົມ ໄດ້ມີປະກອບສ່ວນຊ່ວຍເຫຼືອສັງຄົມ, ໃນງານສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ຄສ 2022 ແລະ ຕ້ອນຮັບປີໃໝ່ ຄສ 2023 ທີ່ໄດ້ຈັດຂຶ້ນໃນຄຳ່ຄືນວັນທີ 31 ທັນວາ 2022 ຢູ່ສວນສາທາລະນະທ່ານ ສີສົມພອນ ລໍວັນໄຊ ໄດ້ເປີດຮັບບໍລິຈາກເພື່ອສົມທົບທຶນຮອນເຂົ້າກອງທຶນໜຶ່ງດວງໃຈບໍລິຄຳໄຊ ຊ່ວຍເຫຼືອສັງຄົມ ເຫັນວ່າ ຫຼາຍບໍລິສັດ-ລັດວິສະຫະກິດ, ພະແນກການ, ອົງການຈັດຕັ້ງ, ເມືອງ ແລະ ຫ້າງຮ້ານຕ່າງໆ ໃຫ້ຄວາມສົນໃຈ ແລະ ໄດ້ປະກອບສ່ວນບໍລິຈາກ ເປັນຕົ້ນແມ່ນໂຮງງານປຸງແຕ່ງໄມ້ VLS 180.000.000 ກີບ, ບໍລິສັດ ທ້າຍຊານມິງຈິງ ມາຍນິ້ງ ຈໍາກັດ 120.000.000 ກີບ, ບໍລິສັດ ສາຍລ່ອງນໍ້າມ່ວນ ເມືອງວຽງທອງ 120.000.000 ກີບ, ບໍລິສັດ ແຮວ່ງເຊີນ 100.000.000 ກີບ, ບໍລິສັດ ສີຄໍາຈະເລີນ ຈໍາກັດ 88.000.000 ກີບ, ບໍລິສັດ ປາໂນ 72.000.000 ກີບ, ບໍລິສັດ ແກ້ວຄໍາ 50.000.000 ກີບ, ບໍລິສັດ ໂລໂກສ ຈໍາກັດ ຜູ້ດຽວ 50.000.000 ກີບ ແລະ ບໍລິສັດ, ຫ້າງຮ້ານ ແລະ ໂຮງງານອື່ນໆ ກໍ່ໄດ້ຮ່ວມໃຈກັນ ປະກອບສ່ວນເຂົ້າກອງທຶນ.

ໃນໂອກາດນີ້ ທ່ານ ນາງ ແອງ ໄຊສົງຄາມ ປະທານກອງທຶນໜຶ່ງດວງໃຈ ບໍລິຄຳໄຊຊ່ວຍເຫຼືອສັງຄັມ ໄດ້ສະແດງຄວາມຂອບໃຈ ຕໍ່ບັນດາພະແນກການ, ບໍລິສັດ-ລັດວິສະຫະກິດ, ຫ້າງຮ້ານຕ່າງໆ ແລະ ຜູ້ທີ່ມີນ້ໍາໃຈປະກອບສ່ວນ ເພື່ອຊ່ວຍເຫຼືອສັງຄົມໃນຄັ້ງນີ້ ແລະ ທ່ານຍັງໄດ້ສັນຍາວ່າ ຈະໄດ້ນຳເງິນຈຳນວນດັ່ງກ່າວໄປຊ່ວຍເຫຼືອສັງຄົມ ໂດຍສະເພາະການຊ່ວຍເຫຼືອຜູ້ທຸກຍາກ-ອານາຖາ, ຜູ້ດ້ອຍໂອກາດ, ຜູ້ຖືກອຸທົກກະໄພ, ປັບປຸງບັນດາໂຮງຮຽນແຫ່ງຕ່າງໆພາຍໃນແຂວງ ແລະ ອື່ນໆ ເພື່ອພັດທະນາຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ໃຫ້ມີຊີວິດການເປັນຢູ່ທີ່ດີຂື້ນ.

ໂອກາດນີ້ ທ່ານ ປອ ກອງແກ້ວ ໄຊສງຄາມ ເຈົ້າແຂວງບໍລິຄຳໄຊ ໄດ້ມອບໃບຍ້ອງຍໍ ໃຫ້ກັບນັກພັດທະນາດີເດັ່ນ ບັນດາພະແນກການ, ບໍລິສັດ-ຜູ້ປະກອບການ ຜູ້ທີ່ມີຜົນງານດີເດັ່ນ ເຂົ້າໃນພາລະກິດປົກປັກຮັກສາ, ສ້າງສາພັດທະນາແຂວງບໍລິຄຳໄຊ ແລະ ໃຫການສະໜັບສະໜຸນ ກອງທຶນໜຶ່ງດວງໃຈບໍລິຄຳໄຊ ຊ່ວຍເຫຼືອສັງຄົມ ໃນຄັ້ງນີ້.

About admins14