ຫຼາຍກ່ວາ 600 ຄອບຄົວ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຢູ່ເມືອງບໍລິຄັນ

ໄພນ້ຳຖ້ວມໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນຈຳນວນຫຼາຍ ເປັນຕົ້ນແມ່ນການຂາດແຄນນ້ຳກິນ ແລະ ເຄື່ອງອຸປະໂພກ-ບໍລິໂພກ.

ທ່ານ ວັນເລີນ ປຸ້ຍໄມນີ ເຈົ້າເມືອງບໍລິຄັນ ໄດ້ລາຍງານຕໍ່ກອງປະຊຸມອົງການປົກຄອງແຂວງ ປະຈຳເດືອນ 7-8 ທີ່ໄດ້ຈັດຂຶ້ນໃນວັນທີ 11 ສິງຫາ 2020 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ.

ໃນລະຫວ່າງວັນທີ 2-6 ສິງຫາ 2020 ໄດ້ເກີດນ້ຳຖ້ວມຢູ່ເມືອງບໍລິຄັນ ຍ້ອນວ່າຝົນຕົກໜັກເປັນເວລາຫຼາຍວັນຕິດຕໍ່ກັນ ເຊິ່ງຜົນເສຍຫາຍເບື້ອງຕົ້ນ ມີບ້ານທີ່ໄດ້ຮັບຜົນກະທົບທັງໝົດ 15 ບ້ານ, 666 ຄອບຄົວ, ເນື້ອທີ່ນາ 236 ເຮັກຕ່າ, ສວນມັນຕົ້ນ 145 ເຮັກຕາ,  ງົວ ຄວາຍ ຕາຍ  2 ໂຕ, ຫມູ 33 ໂຕ, ແບ້ 4 ໂຕ, ສັດປີກ 75 ໂຕ, ນ້ຳຖ້ວມໜອງປາ 16 ໜອງ, ທາງເປ່ເພ 3 ເສັ້ນ, ນອກນັ້ນ ຢູ່ບ້ານປາກເຫືອງໃໝ່ ຍັງໄດ້ເກີດດິນເຈື່ອນເຂົ້າຫາເຮືອນປະຊາຊົນ ຈໍານວນ 9 ຫຼັງ,  ມາຮອດວັນທີ 10 ສິງຫາ 2020 ເຫັນວ່າໃນລະດັບນ້ຳໄດ້ເລີ່ມລຸດລົງ ໃນລະດັບ 4,44 ແມັດ, ຖືວ່າສະຖານະການນ້ຳຖ້ວມໄດ້ເລີ່ມເບົາບາງລົງ.

ສຳລັບການກະກຽມຮັບມື ທາງເມືອງມີຈຸດເຕືອນໄພ, ເຮືອກູ້ໄພ ແລະ ໄດ້ແຕ່ງຄະນະຮັບຜິດຊອບຕິດຕາມ, ມີຄະນະໄພພິບັດ ຮັບຜິດຊອບປະຈໍາການໃນແຕ່ລະວັນ ແລະ ຈຸດທີ່ມີຄວາມສ່ຽງທາງຄະນະຮັບຜິດຊອບ ໄດ້ລົງສົມທົບກັບຄະນະພັກ, ອໍານາດການປົກຄອງບ້ານ ເຕືອນໃຫ້ພໍ່ແມ່ປະຊາຊົນມີສະຕິລະວັງຕົວສູງ.

ໃນໄລຍະທີ່ເກີດໄພນ້ຳຖ້ວມຄັ້ງນີ້ ທາງການນຳຂອງແຂວງ, ຂອງເມືອງ ແລະ ພາກສ່ວນຕ່າງໆໃນສັງຄົມ ໄດ້ນໍາເອົາເຄື່ອງຂອງທີ່ຈໍາເປັນຈຳນວນໜຶ່ງ ລົງໄປຊ່ວຍເຫຼືອບັນເທົາທຸກໃຫ້ພໍ່ແມ່ປະຊາຊົນຜູ້ປະສົບໄພນ້ຳຖ້ວມ ເປັນຕົ້ນນ້ຳດື່ມ, ໝີ່, ປ່ອງປາ, ເຂົ້າສານ ແລະ ອື່ນໆ ລວມມູນຄ່າເຄື່ອງຊ່ວຍເຫຼືອ ທັງໝົດ 20.260.000 ກີບ.

About admins14