ຫົວໜ້າ ປກສ ເມືອງວຽງທອງ ມອບເຄື່ອງໃຫ້ແກ່ກອງພັນປ້ອງກັນເຄື່ອນທີ່

ໃນວັນທີ 20 ກັນຍາ 2022 ທ່ານ ພັນໂທ ຈອນ ອຸດລະຍັນ ຫົວໜ້າກອງບັນຊາການ ປກສ ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ນໍາເອົາຕູ້ໃສ່ນ້ຳເຢັນ – ນ້ຳຮ້ອນ ມູນຄ່າ 2.000.000 ກີບ ມາມອບໃຫ້ເເກ່ກອງພັນປ້ອງກັນເຄື່ອນທີ່ ກອງບັນຊາການ ປກສ ເເຂວງ ບໍລິຄຳໄຊ ໂດຍມີທ່ານ ພັທ ໄຂ່ຄໍາ ປັນຍານຸວົງ ຫົວໜ້າກອງພັນປ້ອງກັນເຄື່ອນທີ່ ກ່າວຮັບ ຊ້ອງໜ້າພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

ທ່ານ ພັທ ໄຂ່ຄໍາ ປັນຍານຸວົງ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ມອບໃບຂອບໃຈໃຫ້ແກ່ ທ່ານ ພັນໂທ ຈອນ ອຸດລະຍັນ ຫົວໜ້າກອງບັນຊາການ ປກສ ເມືອງວຽງທອງ ທີ່ໄດ້ໃຫ້ການອຸປະຖໍາຊ່ວຍເຫຼືອໃນຄັ້ງນີ້.

About admins14