ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງປາກກະດິງ ພ້ອມຄະນະ ລົງຊຸກຍູ້ຊາວກະສິກອນ

ໃນວັນທີ 22 ຕຸລາ 2020 ທ່ານ ດຳ ເພີນຈິດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງປາກກະດິງ ແຂວງບໍລິຄຳໄຊ ພ້ອມດ້ວຍວິຊາການປູກຝັງ ແລະ ລ້ຽງສັດ ໄດ້ລົງຊຸກຍູ້ຊາວກະສິກອນປູກໝາກໂມ ຢູ່ບ້ານທົ່ງນາມີ ແລະ ຄອບຄົວຕົວແບບໃນການປູກຝັງ-ລ້ຽງສັດຢູ່ເຂດບ້ານນາຫີນ.

ການລົງເຄື່ອນໄຫວຄັ້ງນີ້ ໄດ້ຮັບຟັງການລາຍງານຈາກທ່ານ ໂມ ຕາງໜ້າກຸ່ມ ວ່າ: ບ້ານທົ່ງນາມີ ມີ 13 ຄອບຄົວ, ປູກໃນເນື້ອທີ່ 75 ໄລ່ ເຊິ່ງປີນີ້ ໄດ້ຮັບຜົນກະທົບຈາກໄພທຳມະຊາດຈຳນວນໜ້ອຍໜຶ່ງ ຍ້ອນຖືກຝົນຕົກໃສ່ ເຮັດໃຫ້ຜົນຜະລິດເນົ່າເປື່ອຍ ແຕ່ກໍ່ຍັງໄດ້ຮັບຜົນດີຢູ່ ປະຈຸບັນກຳລັງເກັບໝາກໂມຂາຍໃນລາຄາໜ່ວຍລະ 1.000 ກີບ ຫາ 10.000ກີບ.

ຈາກນັ້ນ ຄະນະ ກໍ່ໄດ້ລົງພົບປະກັບຄອບຄົວ ທ່ານ ອຸດສາ ວົງສາ ປະຊາຊົນບ້ານນ້ຳເດື່ອ ທີ່ປະກອບອາຊີບປູກຝັງ ແລະ ລ້ຽງສັດເປັນສິນຄ້າ ຢູ່ເຂດບ້ານນາຫີນ ເຊີ່ງຖືໄດ້ວ່າເປັນຄອບຄົວຕົວແບບທາງດ້ານການປູກຝັງລ້ຽງສັດ ເຊິ່ງທ່ານໄດ້ກ່າວວ່າ: ຄອບຄົວຂອງຕົນມີ 6 ຄົນ, ມີແຮງງານຫລັກ 2 ຄົນ ແລະ ແຮງງານສຳຮອງ 2 ຄົນ ເຊິ່ງໄດ້ປະກອບອາຊີບປູກຝັງ ແລະ ລ້ຽງສັດ ເປັນຕົ້ນແມ່ນ ເຮັດນາປີ 5 ໄລ່ ສາມາດມີເຂົ້າກຸ້ມກິນຕະຫຼອດປີ, ງົວ 58 ໂຕ, ແບ້ 32 ໂຕ, ໜໍ່ຫວານ 7 ໄລ່, ກ້ວຍ 2 ໄລ່, ໜໍ່ໄມ້ລ້ຽງນ້ອງ 3 ໄລ່, ລ້ຽງປາ 2 ໜອງ ຂາຍເປັນສິນຄ້າ ສະເລ່ຍລາຍຮັບບໍ່ຫຼຸດ 40 ລ້ານກີບຕໍ່ປີ ນອກນີ້ຍັງໄດ້ລ້ຽງສັດປີກອີກຈຳນວນໜຶ່ງ.

ຫຼັງຈາກນັ້ນ ຍັງໄດ້ລົງເບີ່ງຄອບຄົວ ທ່ານ ດົວຢ່າງ ການປູກຜັກກາດຊອມຂາຍເປັນສິນຄ້າ ເປັນອາຊີບເສີມໃນລະດູແລ້ງ. ໃນການລົງເຄື່ອນໄຫວຄັ້ງນີ້ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ພ້ອມດ້ວຍວິຊາການຍັງໄດ້ແນະນຳໃຫ້ຄວາມຮູ້ແກ່ຊາວກະສິກອນ ຫ້າມນຳໃຊ້ປຸ້ຍ ແລະ ຢາປາບສັດຕູພືດທີ່ຫວງຫ້າມ ແລະ ຕ້ອງສັກຢາປ້ອງກັນພະຍາດໃຫ້ແກ່ສັດລ້ຽງຂອງຕົນຕາມການແນະນຳຂອງສັດຕະວະແພດ ເພື່ອຫຼີກລ້ຽງສານຜິດຕົກຄ້າງໃນພືດຜັກ ແລະ ປ້ອງກັນພະຍາດສັດລ້ຽງຂອງຕົນ, ຖ້າວ່າມີສັດຕູພືດ ຫຼື ພະຍາດເກີດຂື້ນກັບສັດລ້ຽງ ກໍ່ໃຫ້ປະສານງານຫາຫ້ອງການກະສິກຳ ແລະ ປ່າໄມ້ເມືອງເພື່ອຫາວິທີແກ້ໄຂຊ່ວຍໃຫ້ທັນເວລາ.

About admins16