ຫົວໜ້າພະແນກ ສກຂ ບໍລິຄໍາໄຊ ລົງຢ້ຽມຢາມຫ້ອງຮຽນພອນສະຫວັນ

ໃນຕອນເຊົ້າ ຂອງວັນທີ 18 ເມສາ 2022 ການນໍາຂອງພະແນກສຶກສາທິການ ແລະ ກິລາແຂວງບໍລິຄໍາໄຊ ໄດ້ລົງຢ້ຽມຢາມຫ້ອງຮຽນພອນສະຫວັນຂອງແຂວງ ເຊິ່ງນໍາໂດຍ ທ່ານ ລົມ ແພງສຸກ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງບໍລິຄໍາໄຊ.

ທ່ານ ອາຈານ ພຸດສະດີ ທົງທາ ຜູ້ບໍລິຫານຫ້ອງຮຽນພອນສະຫວັນ ຂອງແຂວງບໍລິຄໍາໄຊ ໄດ້ລາຍງານວ່າ: ຫ້ອງຮຽນພອນສະຫວັນ ເປັນຫ້ອງຮຽນທີ່ຕັ້ງຢູ່ພາຍໃນບໍລິເວນເດີ່ນໂຮງຮຽນ ມສ ສີທ່ານາໄຊ ເມືອງປາກຊັນ ແຂວງບໍລິຄໍາໄຊ ທີ່ຮັບນັກຮຽນເກັ່ງມາຈາກ 7 ຕົວເມືອງທົ່ວແຂວງບໍລິຄໍາໄຊ, ປະຈຸບັນປະກອບມີ 2 ຊັ້ນຮຽນ ຄື: ຊັ້ນ ມ.5 ແລະ ຊັ້ນມ.6 ລວມມີນັກຮຽນທັງໝົດ 57 ນ້ອງ, ຍິງ 36 ນ້ອງ, ອາຈານທີ່ສິດສອນແມ່ນອາຈານປະຈໍາ, ອາຈານສຶກສານິເທດຂອງແຂວງ ແລະ ອາຈານທີ່ມາຈາກໂຮງຮຽນ ມສ ສີທ່ານາໄຊ ຈໍານວນໜຶ່ງ, ຈາກຜົນສະຫຼຸບການສອບເສັງພາກຮຽນທີ I ປະຈໍາປີ 2022 ເຫັນວ່າ: ຊັ້ນ ມ.5 ເສັງໄດ້ 65,38% ແລະ ຊັ້ນ ມ.6 ເສັງໄດ້ 100% ມີຄະແນນ 7 ຂື້ນໄປ ທຸກວິຊາຈໍານວນ 8 ນ້ອງ, ຍິງ 4 ນ້ອງ.

ນອກຈາກການຕັ້ງໜ້າເອົາໃຈໃສ່ຊີ້ນໍາ – ນໍາພາໃນການສຶກສາຮໍ່າຮຽນ ໃຫ້ນັກຮຽນຮັກໃນການຮຽນແລ້ວ ຍັງນໍາພາອອກແຮງງານເພີ່ມພູນຜະລິດຜົນ ໂດຍປູກພືດຜັກສວນຄົວທີ່ໃຊ້ໄວ້ປະກອບເປັນອາຫານ ເພື່ອສ້າງໃຫ້ນັກຮຽນຮູ້ຈັກການອອກແຮງງານ ຕາມຫຼັກມູນຂອງການສຶກສາ.

ພ້ອມນັ້ນ ຍັງໄດ້ຮ່ວມກັບສູນການສຶກສານອກໂຮງຮຽນຂອງແຂວງ ຈັດຝຶກອົບຮົມວິຊາຊີບຂັ້ນພື້ນຖານ ໃນຫົວຂໍ້ປຸງແຕ່ງອາຫານໃຫ້ນ້ອງນັກຮຽນຊັ້ນ ມ.6 ແລະ ມ.7 ເພື່ອຈະໄດ້ນໍາເອົາໄປໃຊ້ໃນການດໍາລົງຊີວິດປະຈໍາວັນ.

ໃນການລົງຢ້ຽມຢາມຄັ້ງນີ້ ນອກຈາກເປັນການຕິດຕາມ, ຊຸກຍູ້ການຮຽນ – ການສອນຂອງຫ້ອງຮຽນພອນສະຫວັນແລ້ວ ທ່ານ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍທີມງານຍັງໄດ້ລົງຢ້ຽມຢາມຫໍພັກ ເບິ່ງຊີວິດການເປັນຢູ່ຂອງນ້ອງໆນັກຮຽນພອນສະຫວັນ ເພື່ອສ້າງເປັນຂັວນ ແລະ ກໍາລັງໃຈໃຫ້ນ້ອງໆນັກຮຽນໃນການຕັ້ງໃຈຄົ້ນຄ້ວາ-ສຶກສາຮໍ່າຮຽນ.

ທ່ານຫົວໜ້າພະແນກສຶກສາ ໄດ້ເນັ້ນໜັກໃຫ້ຄູ – ອາຈານ ເພີ່ມຄວາມເອົາໃຈໃສ່ ໃນການສິດສອນສົ່ງຄວາມຮູ້, ແກ້ໄຂຈຸດການຮຽນ – ການສອນ ທີ່ຍັງບໍ່ໄດ້ຄາດໝາຍ ໃຫ້ບັນລຸຕາມຫຼັກມູນຂອງການສຶກສາວາງອອກ, ສ້າງໃຫ້ໄດ້ນັກຮຽນເກັ່ງຂອງແຂວງ, ສ່ວນນ້ອງນັກຮຽນກໍ່ຕ້ອງເອົາໃຈໃສ່ສຶກສາຄົ້ນຄ້ວາຮໍ່າຮຽນຢ່າງຕັ້ງໜ້າ, ໃຫ້ມີຄວາມສາມັກຄີ, ດໍາລົງຊີວິດຢູ່ຮ່ວມກັນ ຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ປະຕິບັດມາດຕະການການປ້ອງກັນການລະບາດຂອງພະຍາດໂຄວິດ – 19, ສ້າງຕົນເອງກາຍເປັນນັກຮຽນເກັ່ງຂອງແຂວງ ເພື່ອກ້າວຂື້ນເປັນນັກຮຽນເກັ່ງລະດັບຊາດ.

About admins16