ຫົວໜ້າພະແນກ ຖວທ ລົງຕິດຕາມຊຸກຍູ້ ຫ້ອງສະມຸດແຂວງຫຼັງໃໝ່

ໃນວັນທີ 16 ສິງຫາ 2021 ທ່ານ ອຸດອນ ສອນສຸລິນ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມຊຸກຍູວຽກງານຫ້ອງສະມຸດ-ຫ້ອງວາວງສະແດງ ທີ່ໄດ້ຍົກຍ້າຍຈາກ ຕຶກສະໂມສອນໃຫຍ່ຂອງແຂວງ ມາຢູ່ອານຸສາວະລີ ທ່ານ ສີສົມພອນ ລໍວັນໄຊ ມີຄະນະພະແນກ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດນີ້ ໄດ້ຮັບຟັງການລາຍງານໂດຍຫຍໍ້ ຈາກ ທ່ານ ອຸໄດ ວົງໂພສີ ຫົວໜ້າຫ້ອງສະມຸດ-ຫ້ອງວາງສະແດງ ວ່າ ການຍົກຍ້າຍຫ້ອງສະມຸດ ແມ່ນໄດ້ຮັບການຈັດຕັ້ງປະຕິບັດໃນທ້າຍເດືອນມິຖຸນາ 2021, ມາຮອດປະຈຸບັນ ຍັງບໍ່ໄດ້ເປີດໃຫ້ໃຊ້ບໍລິການ ເພາະຢູ່ໃນຊ່ວງປັບປຸງອາຄານຫ້ອງສະມຸດ ເປັນຕົ້ນແມ່ນ ການຈັດສະຖານທີ່ເກັບມ້ຽນປື້ມ, ສະຖານທີ່ອ່ານ ໃຫ້ແກ່ຜູ້ທີ່ເຂົ້າມາໃຊ້ບໍລິການ, ຕົກແຕ່ງພາຍໃນ, ສ້ອມແປງບ່ອນທີ່ເປເພຈໍານວນໜຶ່ງ ແລະ ອື່ນໆ ໂດຍໄດ້ຮັບງົບປະມານຈາກແຂວງ ໃນການປັບປຸງສ້ອມແປງ, ຄາດວ່າຈະສາມາດເປີດໃຫ້ບໍການໃນທ້າຍເດືອນສິງຫານີ້.

ໃນຕອນທ້າຍ ທ່ານຫົວໜາພະແນກ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະຫ້ອງສະມຸດ-ຫ້ອງວາງສະແດງ ທີ່ໄດ້ຕັດສິນໃຈສູງ ໃນການປະຕິບັດໜ້າທີ່ ທີ່ໄດ້ຮັບມອບໝາຍ ແລະ ທ່ານຍັງໄດ້ເນັ້ນບາງວຽກງານໃນຕໍ່ໜ້າຈຳນວນໜຶ່ງ ເປັນຕົ້ນແມ່ນ ເພີ່ມການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໃນການພັດທະນາຫ້ອງສະມຸດ-ຫ້ອງວາງສະແດງ, ໃຫ້ພາກສ່ວນກ່ຽວຂ້ອງ ເພີ່ມທະວີການໂຄສະນາ, ເຜີຍແຜ່ ກ່ຽວກັບວຽກງານຫ້ອງສະມຸດ-ຫ້ອງວາງສະແດງ ໃຫ້ສັງຄົມໄດ້ຮັບຮູ້ຢ່າງກວ້າງຂວາງ, ສ້າງຫ້ອງສະມຸດ-ຫ້ອງວາງສະແດງ ໃຫ້ມີຄວາມໜ້າສົນໃຈ, ໜ້າດຶງດູດ ແລະ ສາມາດຮັບໃຊ້ທຸກຄົນໃນສັງຄົມ.

About admins14