ຫົວໜ້າຄະນະຈັດຕັ້ງແຂວງ ລົງຕິດຕາມການຫາສຽງພົບປະປະຊາຊົນຂອງຜູ້ຮັບສະໝັກເລືອກຕັ້ງ ສສຂ ເຂດເມືອງຄຳເກີດ

ຕອນເຊົ້າຂອງວັນທີ 14 ກຸມພາ 2021 ທ່ານ ບຸນສົງ ເພັດຈະເລີນ ຫົວໜ້າຄະນະຈັດຕັ້ງແຂວງ ທັງເປັນຫົວໜ້າອະນຸກຳມະການໂຄງປະກອບ ແລະ ບຸກຄະລາກອນຂັ້ນແຂວງ ລົງຕິດຕາມການຫາສຽງ ຂອງຜູ້ສະໝັກ ສສຂ ເຂດເລືອງຕັ້ງເມືອງຄຳເກີດ ຢູ່ບ້ານຫລັກ 7, ບ້ານຫລັກ 12 ກຸ່ມພັດທະນາໜອງອໍ້-ນາແປ່ ເຊິ່ງມີຜູ້ສະໝັກ 6 ທ່ານ ຄື: ໝາຍເລກ 1 ທ່ານ ວິໄລ ສີສະມຸດ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງຄຳເກີດ, ໝາຍເລກ 2 ທ່ານ ສີສະຫວາດ ທັນທະບູນ ຮອງເລຂາທິການສະພາປະຊາຊົນແຂວງບໍລິຄຳໄຊ, ໝາຍເລກ 3 ທ່ານ ນາງ ສາຍຄຳ ທຳມະວົງສາ ເລຂາໜ່ວຍພັກ ອຳນວຍການສະຖານີວິທະຍຸ-ໂທລະພາບແຂວງບໍລິຄຳໄຊ, ໝາຍເລກ 4 ທ่່ານ ບຸນແພງ ຫວັງຄຶທ່າວ ກຳມະການພັກເມຶອງ, ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງຄຳເກີດ, ໝາຍເລກ 5 ທ່ານ ນາງ ໄພວັນ ຄຳສຸກຖາວົງ ຄະນະໜ່ວຍພັກ, ຮອງຫົວຫນ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງຄຳເກີດ, ໝາຍເລກ 6 ທ່ານ ນາງ ພາສັນ ສຸພັນ ຄະນະໜ່ວຍພັກ, ຮອງປະທານ ສະຫະພັນແມ່ຍິງ ເມືອງຄຳເກີດ, ເຊິ່ງນຳພາໂດຍ ທ່ານ ວິໄລ ສີສະຫມຸດ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດ ເມືອງ ພ້ອມຄະນະ ລົງເຄື່ອນໄຫວພົບປະ ປະຊາຊົນ ຢູ່ທີ່ຫ້ອງການບ້ານ ທົ່ງຈະເລີນ ແລະ ໃນຕອນແລງມຶ້ດຽວກັນທີມງານໄດ້ສຶບຕໍ່ລົງພົບປະ ປະຊາຊົນບ້ານໂພນຕານ.

ການລົງພົບປະໃນຄັ້ງນີ້ ບັນດາທ່ານຜູ້ຮັບສະໝັກເລືອກຕັ້ງ ສສຂ ໄດ້ແນະນຳ ແລະ ຜ່ານປະຫວັດຫຍໍ້ຂອງຕົນ ພ້ອມທັງລາຍງານຜົນງານການເຄື່ອນໄຫວວຽກງານຂອງຕົນເອງໃນໄລຍະຜ່ານມາໂດຍສັງເຂບ, ເພື່ອໃຫ້ປະຊາຊົນ, ພະນັກງານ-ລັດຖະກອນ ຮັບຮູ້ ແລະ ໄດ້ໄປໃຊ້ສິດປ່ອນບັດເລືອກເອົາຜູ້ແທນຂອງຕົນມາຢູ່ໃນສະພາ.

ຫລັງຈາກນັ້ນ ທ່ານ ວິໄລ ສີສະຫມຸດ ຍົກໃຫ້ເຫັນ ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງຊຸດທີ II ແມ່ນມີຄວາມໝາຍສຳຄັນຫລາຍ ສະນັ້ນ ຈື່ງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນຜູ້ມີສິດປ່ອນບັດເລືອກຕັ້ງຈົ່ງພິຈາລະນາເລືອກເອົາຜູ້ທີ່ມີຄວາມຮູ້ຄວາມສາມາດ ເພື່ອມາເປັນຕົວແທນຮັບໃຊ້ປະຊາຊົນໄດ້ຢ່າງແທ້ຈິງ.

About admin11