ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທໍາ ເຄື່ອນໄຫວເຮັດວຽກຢູ່ແຂວງບໍລິຄຳໄຊ

ເພື່ອເຮັດໃຫ້ວຽກງານໂຄສະນາເຜີຍແຜ່ກົດໝາຍ ລົງເລິກ ແລະ ເຂົ້າເຖິງທ້ອງຖິ່ນຢ່າງແທ້ຈິງ ໂດຍຕິດພັນກັບ 2 ວາລະແຫ່ງຊາດ, ໃນວັນທີ 02 ສິງຫາ 2022 ຢູ່ພະແນກຍຸຕິທຳ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນ ຮ່ວມກັບ ກົມໂຄສະນາເຜີຍແຜ່ກົດໝາຍ ໂດຍການເຂົ້າຮ່ວມຂອງທ່ານນາງ ວັນນາ ປະເສີດກຸນ ຫົວໜ້າພະແນກຍຸຕິທໍາແຂວງບໍລິຄຳໄຊ ແລະ ທ່ານນາງ ສີສຸດາ ໂສພາວັນດີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໜາຍ ກະຊວງຍຸຕິທຳ, ມີບັນດາຮອງກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຈາກກະຊວງຍຸຕິທໍາ ແລະ ພະນັກງານຂະແໜງໂຄສະນາເຜີຍແຜ່ກົດໝາຍ ເຂົ້າຮ່ວມ.

ໃນກອງປະຊຸມ ພະແນກຍຸຕິທຳແຂວງ ໄດ້ລາຍງາຍໂດຍຫຍໍ້ ການເຄື່ອນໄຫວໂຄສະນາກົດໝາຍ ໃນ 6 ເດືອນຕົ້ນປີ 2022 ວ່າ: ຜ່ານການຈັດຕັ້ງປະຕິບັດໂຄສະນາເຜີຍແຜ່ກົດໝາຍ ໄດ້ນຳໃຊ້ເຄື່ອງມືທາງສື່ມວນຊົນ ເປັນຫລັກ ເຊັ່ນ: ໂຄສະນາທາງວິທະຍຸ 44 ຄັ້ງ, ໂຄສະນາທາງໂທລະໂຄ່ງ 26 ຄັ້ງ, ໂຄສະນາລົງໜັງສືພີມ 49 ຄັ້ງ, ໂຄສະນາຜ່ານໂທລະພາບ 35 ຄັ້ງ, ພ້ອມນີ້ ຍັງໃຫ້ຄຳປືກສາ 64 ຄັ້ງ, ສິດສອນ 04 ຊົ່ວໂມງ, ແຈກປື້ມກົດໜາຍ 36 ຫົວ, ແຈກວາລະສານ 256 ຫົວ, ແຈກຢາຍໜັງສືພີມ 03 ສະບັບ, ແຈກຢາຍປະຕິທິນ 19 ຫົວ, ໂຄສະນາກົດໜາຍຢູ່ບ້ານ 16 ຄັ້ງ, ກຸ່ມບ້ານ 02 ຄັ້ງ, ສະຖານທີ່ອື່ນໆ 1.163 ຄັ້ງ.

ທ່ານ ນາງ ສິສຸດາ ໂສພາວັນດີ ໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ທາງພະແນກຍຸຕິທຳ ກໍ່ຄືຂະແໜງໂຄສະນາເຜີຍແຜ່ກົດໜາຍ ພະແນກຍຸຕິທຳ ແຂວງບໍລິຄຳໄຊ ໃຫ້ເອົາໃຈໃສ່ ແລະ ປະສານສົມທົບ ຫຼາຍພາກສ່ວນໃຫ້ຫຼາຍຂື້ນ ແລະ ຂື້ນແຜນຈັດຕັ້ງປະຕິບັດວຽກງານ ໂຄສະນາເຜີຍແຜ່ກົດໜາຍໃຫ້ໄດ້ຫຼາຍຮູບແບບ ແລະ ເຮັດໃຫ້ປະຊາຊົນເຂົ້າເຖີງໄດ້ງ່າຍໃນຕໍ່ໜ້າ.

About admins16