ຫົວໜ້າກອງບັນຊາການ ປກສ ແຂວງ ລົງຊີ້ນໍາວຽກງານຢູ່ ປກສ ເມືອງ ທ່າພະບາດ

   
ໃນຕອນເຊົ້າວັນທີ 4 ພະຈິກ 2020 ທ່ານ ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ພ້ອມດ້ວຍຄະນະພັກກອງບັນຊາການ ປກສ ແຂວງ ໄດ້ລົງເຄື່ອນໄຫວຊີ້ນໍາວຽກງານຢູ່ທີ່ກອງບັນຊາການ ປກສ ເມືອງທ່າພະບາດ, ໂດຍມີຄະນະພັກ, ຄະນະກອງບັນຊາການ ປກສ ເມືອງ, ພະນັກງານນໍາພາບັນຊາ, ພ້ອມດ້ວຍພະນັກງານນັກຮົບ ເຂົ້າຮ່ວມ.


ທ່ານ ພັທ ດວງໄຊ ຈັນທະວັງໂສ ຫົວໜ້າກອງບັນຊາການ ປກສ ເມືອງ ທ່າພະບາດ ໄດ້ລາຍງານສະພາບການເຄື່ອນໄຫວຊີ້ນໍາ-ນໍາພາ, ການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບທົ່ວ ປກສ ເມືອງ ທ່າພະບາດ ໃນໄລຍະຜ່ານມາ ເຊີ່ງໄດ້ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການເຄື່ອນໄຫວວຽກງານ, ສະພາບການຕ່າງໆທີ່ເກີດຂຶ້ນຢູ່ພາຍໃນເມືອງທ່າພະບາດ ເຊັ່ນ: ສະພາບກຸ່ມຄົນບໍ່ຫວັງດີ່ ທີ່ກໍ່ຄວາມບໍ່ສະຫງົບ, ການເຄື່ອນໄຫວຄ້າຂາຍເຖື່ອນ, ຄ້າຂາຍຢາເສບຕິດ, ບັນຫາການເກີດອຸປະຕິເຫດຕາມທ້ອງທະຫນົນ, ການເເຜ່ລະບາດຂອງພະຍາດໂຄວິດ-19 ແລະ ປະກົດການຫຍໍ້ທໍ້ຕ່າງໆ.

       ຕໍ່ກັບບັນຫາດັ່ງກ່າວ ຄະນະພັກ, ຄະນະກອງບັນຊາການ, ໄດ້ມີຄວາມຕັດສິນໃຈສູງ ນໍາພາເຄື່ອນໄຫວສະກັດກັ້ນ ແລະ ແກ້ໄຂໄດ້ທັນການ ເຊີ່ງໄດ້ເຮັດໃຫ້ເມືອງທ່າພະບາດ ມີຄວາມສະຫງົບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ.

ທ່ານ ພັອ ກົງຈັນ ໄຊປັນຍາ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ບັນດາຄະນະພັກ-ຄະນະກອງບັນຊາການ ວ່າ: ຈົ່ງເອົາໃຈໃສ່ສຶກສາອົບຮົບການເມືອງ-ນໍາພາແນວຄິດ ໃຫ້ແກ່ພະນັກງານ-ນັກຮົບ ຢ່າງເປັນປົກກະຕິຕໍ່ເນື່ຶອງ, ຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ມີແບບແຜນນໍາພາ-ແບບແຜນວິທີເຮັດວຽກຢ່າງມີວິທະຍາສາດທີ່ທັນສະໄໝ, ມີລະບຽບວິໄນເຂັ້ມງວດ, ຍົກສູງສະຕິຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານການເມືອງຂອງພັກ ກໍ່ຄືວຽກງານປ້ອງກັນຄວາມສະຫງົບໃນສະພາບການໃໝ່, ເພີ່ມທະວີສະກັດກັ້ນ, ຕ້ານ ແລະ ແກ້ໄຂສະພາບປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະເອົາໃຈໃສ່ປະຕິບັດຕາມ 9 ຫົວຂໍ້ສຳມະນາວິທະຍາສາດ, ການເເກ້ໄຂບັນຫາ 4 ເຖື່ອນ ທີ່ແຂວງວາງອອກໃຫ້ປະກົດຜົນເປັນຈິງ, ເອົາໃຈໃສ່ປັບປຸງພື້ນຖານໂຄງລ່າງ, ສ້າງພາລາທິການກັບທີ່ ເພື່ອເຮັດໃຫ້ກົມກອງຂອງຕົນມີຄວາມໜັກແໜ້ນເຂັ້ມແຂງຂຶ້ນເປັນກ້າວໆ, ທັງໝົດນັ້ນ ກໍ່ເພື່ອເເນ່ໃສ່ຮັບປະກັນໃຫ້ແກ່ການເຮັດວຽກງານປ້ອງກັນຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍໃນທົ່ວເມືອງທ່າພະບາດ ໃຫ້ນັບມື້ນັບດີຂຶ້ນເລື້ອຍໆ.

About admin11