ຫລາຍຄອບຄົວອານາຖາ ເມືອງວຽງທອງ ໄດ້ຮັບເຄື່ອງຊ່ວຍເຫລືອບັນເທົາທຸກ

 

ເພື່ອແບ່ງເບົາບັນເທົາທຸກ ໃຫ້ແກ່ຄອບຄົວອານາຖາ ຕອນບ່າຍຂອງວັນທີ 5 ພະຈິກ 2020 ທ່ານ ດຣ ສຸກສະຫວັນ ທ່ອນທອງ ພ້ອມດ້ວຍຄອບຄົວ ແລະ ທີມງານ ໄດ້ນໍາເອົາເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ຄົວເຮືອນ, ເຄືີ່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດ ຄິດເປັນມູນຄ່າທັງໝົດ 2.715,000 ກີບ ໄປມອບໃຫ້ຄອບຄົວອານາຖາ ຄື: ນາງ ຜາຍ ຢູ່ບ້ານເມືອງມ່ວນ, ທ້າວ ບຸນມີ, ທ້າວ ຊຽງສີ ຢູ່ບ້ານ ຈອມທອງ ແລະ ຄອບຄົວຂອງ ທ້າວ ຈ່ອຍ+ນາງ ໄມນ້ອຍ ຢູ່ບ້ານຫ້ວຍຫອຍ ເມືອງວຽງທອງ ແຂວງບໍລິຄຳໄຊ.

ເຄື່ອງທີ່ນໍາໄປມອບໃນຄັ້ງນີ້ ແມ່ນໄດ້ມາຈາກການລະດົມນໍາໝູ່ເພື່ອນ ຜູ້ທີ່ມີຈິດໃຈປະກອບສ່ວນຊ່ວຍຄົນລະເລັກລະໜ້ອຍ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືອງວຽງທອງ, ມີອໍານາດການປົກຄອງແຕ່ລະບ້ານເຂົ້າຮ່ວມເປັນສັກຂີພິຍານ.

About admin11