ສ.ເກົາຫລີ ຊ່ວຍອົບຮົມໂຄງການພັດທະນາບ້ານແບບໃໝ່ ໄລຍະ 2

ພິທີເປີດຊຸດຝຶກອົບຮົມ ໂຄງການພັດທະນາບ້ານແບບໃໝ່ ແຊມາອຶລອູນດົງ ( Seamaul Undong ) ແຫ່ງ ສ.ເກົາຫຼີ ໄລຍະທີ 2 ໃຫ້ກັບປະຊາຊົນ ຈໍານວນສອງບ້ານ ຂອງເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 8 ກຸມພາ 2022 ຢູ່ທີ່ອາຣາມວັດຄຸນພໍ່ ບ້ານໂພນງາມ ເມືອງປາກຊັນ ແຂວງ ບໍລິຄໍາໄຊ ໂດຍການເຂົ້າຮ່ວມຂອງທ່ານ ຫົ້ງຈອງໂອ ຄະນະປະທານໂຄງການ ພັດທະນາບ້ານແບບໃໝ່ ແຊມາອຶລອູນດົງ ສ.ເກົາຫຼີ ປະຈໍາ ສປປ ລາວ, ມີບັນດາຕາງໜ້າພະແນກການທີກ່ຽວຂ້ອງ ຂັ້ນແຂວງ – ເມືອງ ຄະນະຮັບຜິດຊອບຂອງໂຄງການ ພ້ອມດ້ວຍປະຊາຊົນໃນຈໍານວນ 2 ບ້ານເປົ້າໝາຍ ຄື ບ້ານ ໂພນງາມ ແລະ ບ້ານ ຫ້ວຍຊາຍ ເຂົ້າຮ່ວມ.

ການເປີດຊຸດຝຶກອົບຮົມໄລຍະທີ 2 ໃນຄັ້ງນີ້ ກໍ່ເພື່ອເປັນການຮັບຟັງການລາຍງານຜົນສໍາເລັດ ຈາກການລົງປະຕິບັດວຽກງານຕົວຈິງໃນໄລຍະຜ່ານມາ ຢູ່ສອງບ້ານເປົ້າໝາຍ ເພື່ອເປັນການສະຫຼຸບ – ຕີລາຄາຄືນ ແລກປ່ຽນຄໍາຄິດເຫັນ ດ້ານດີ – ດ້ານອ່ອນ ຜົນໄດ້ຮັບ ໃນການຈັດຕັ້ງປະຕິບັດວຽກງານໃນດ້ານຕ່າງໆ ຂອງໂຄງການ.

ໜ້າວຽກຂອງໂຄງການ ແມ່ນວຽກງານການພັດທະນາ ຊີວິດການເປັນຢູ່, ການຊຸກຍູ້ – ສົ່ງເສີມການຜະລິດກະສິກໍາປູກຜັກໃນເຮືອນຮົ່ມເປັນສິນຄ້າ, ການສ້າງວຽກເຮັດງານທໍາພາຍໃນບ້ານ, ການມີສ່ວນຮ່ວມໃນສັງຄົມ, ໃຫ້ທຶນປູທາງເບຕົງເສີມເຫຼັກທາງຊອຍບ້ານ ຂອງບ້ານເປົ້າໝາຍ ແລະ ການຈັດຕັ້ງປະຕິບັດວຽກງານໃນດ້ານຕ່າງໆທີ່ກ່ຽວຂ້ອງອີກຈໍານວນໜຶ່ງ.

ຈຸດປະສົງ ຂອງການເປີດໄລຍະ 2 ກໍ່ເພຶ່ອເປັນການສ້າງແຜນກິດຈະກໍາ ເພື່ອຮັບເອົາການຊ່ວຍເຫຼືອ ຕໍ່ກັບການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ໃຫ້ມີບາດກ້າວຂະຫຍາຍຕົວຂຶ້ນໄປເລື້ອຍໆ ຕາມທິດສະດີ ແຊມາອຶລອູນດົງ ພາຍໃຕ້ຄໍາຂ້ວນທີວ່າ: ດຸໝັ່ນຂະຫຍັນພຽນ, ເປັນເຈົ້າຕົນເອງ,  ເພິ່ງຕົນເອງ, ຮ່ວມກຸ່ມສະຫະກອນ ເພື່ອພັດທະນາຊີວິດການເປັນຢູ່ຂອງຄອບຄົວ ແລະ ຊຸມຊົນແບບໃໝ່ ໃຫ້ນັບມື້ນັບດີຂຶ້ນ.

About admins16