ສໍາເລັດ ການຈັດງານບຸນຊ່ວງເຮືອ ປະຈຳປີ ພສ 2562 ທີ່ເມືອງວຽງທອງ

ເພື່ອອະນຸລັກຮັກສາ ແລະ ສົ່ງເສີ່ມຮີດຄອງປະເພນີອັນດີງາມຂອງຊາດໃຫ້ຄົງຢູ່ກັບຄົນລາວຕະຫຼອດໄປໃນລະຫວ່າງວັນທີ 18-19 ຕຸລາ 2019 ບ້ານໃຫຍ່ນໍ້າຢ້າງ ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດງານແຂ່ງຂັນຊ່ວງເຮືອປະຈຳປີຂຶ້ນທີ່ອ່າງນໍ້າຫ້ວຍເພີ້ ໃຫ້ກຽດເຂົ້າຮ່ວມຂອງທ່ານ ວົງສີ ທອງສີອິນທິປັນຍາ ເຈົ້າເມືອງວຽງທອງ, ມີຄະນະນຳຂອງເມືອງ, ຄະນະກຳມະການຈັດງານແຂ່ງຂັນ ຊ່ວງເຮືອປະຈຳປີ ແລະ ພໍ່ແມ່ປະຊາຊົນ ບັນດາເຜົ່າ ພາຍໃນເມືອງ, ຕ່າງເມືອງເຂົ້າຮ່ວມຊົມ-ຮ່ວມເຊ່ຍ ຢ່າງຫຼວງຫຼາຍ.

ການແຂ່ງຂັນເຮືອຊ່ວງຄັ້ງນີ້ແມ່ນປະເພດ 12 ສີພາຍ ມີທີມຊາຍລວມທົ່ວໄປ 13 ທີມ, ຍິງ 8 ທີມ ແລະ ທີມການນໍາ 8 ທີມ. ຜົນຂອງການແຂ່ງຂັນຕະຫຼອດໄລຍະ 2 ວັນເຮືອຊະນະເລີດປະເພດຊາຍທົວໄປ, ອັນດັບ 1 ໄດ້ແກ່ທີມ ຫຼານປູຈັນ ໄດ້ຮັບລາງວັນເງິນສົດ 3 ລ້ານກີບ ພ້ອມຂັນ 1 ໜ່ວຍ, ອັນດັບ 2 ໄດ້ແກ່ ທີມ ຂັວນໃຈພະຍາທອງ ໄດ້ຮັບເງິນ 2 ລ້ານກີບ ພ້ອມຂັນ 1 ໜ່ວຍ, ອັນດັບ 3 ໄດ້ແກ່ທີມສໍລາດສະສີ 617 ໄດ້ຮັບລາງວັນເງິນສົດ 1 ລ້ານກີບ ແລະ ອັນດັບ 4 ໄດ້ແກ່ທີມຮ້ານຄຸນພະໄຊ ໄດ້ຮັບລາງວັນເງິນສົດ 6 ແສນກີບ, ເພດຍິງອັນດັບທີ 1 ໄດ້ແກ່ພະຍາເມືອງ ໄດ້ຮັບລາງວັນເງິນສົດ 2 ລ້ານກີບ ພ້ອມຂັນ 1 ໜ່ວຍ, ອັບດັບ 2 ໄດ້ແກ່ ເທບນໍາໄຊ ໄດ້ຮັບເງິນ 1,500.000 ກີບ, ອັນດັບ 3 ໄດ້ແກ່ ດອກຟ້າຂັວນໃຈພະຍາທອງ ໄດ້ຮັບເງິນ 8 ແສນກີບ ແລະ ອັນດັບ 4 ໄດ້ແກ່ແມ່ຍິງບ້ານໃຫຍ່ຈອມທອງ ໄດ້ຮັບເງິນ 5 ແສນກີບ, ທີມການນໍາ ອັນດັບທີ 1 ໄດ້ແກ່ ສໍລາດສະສີ 617 ໄດ້ຮັບລາງວັນເງິນສົດ 5 ແສນກີບ, ອັນດັບທີ 2 ໄດ້ແກ່ ບ້ານນໍ້າກ້າງ ໄດ້ຮັບລາງວັນເງິນສົດ 4 ແສນກີບ, ອັນດັບທີ 3 ໄດ້ແກ່ທະຫານເມືອງ ໄດ້ຮັບລາງວັນເງິນສົດ 3 ແສນກີບ ແລະ ອັນດັບທີ 4 ໄດ້ແກ່ ບ້ານໃຫຍ່ຈອມທອງ ໄດ້ຮັບລາງວັນເງິນສົດ 1 ແສນກີບ.

About admin12