ສໍາເລັດການແຂ່ງຂັນກິລາ – ສິລະປະ ນັກຮຽນມັດທະຍົມ ຄັ້ງທີ 5 ທົ່ວແຂວງ ບໍລິຄໍາໄຊ

ງານມະຫາກໍາກິລາ – ສິລະປະນັກຮຽນມັດທະຍົມສຶກສາ ທົ່ວແຂວງບໍລິຄໍາໄຊ ຄັ້ງທີ 5 ທີ່ເມືອງປາກກະດິງເປັນເຈົ້າພາບ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 23 – 26 ພຶດສະພາ 2022 ໄດ້ສໍາເລັດລົງດ້ວຍໝາກຜົນອັນຈົບງາມ ຕາມຈຸດປະສົງ – ລະດັບຄາດໝາຍທີ່ວາງໄວ້.

ໃນຕອນແລງຂອງວັນທີ 26 ພຶດສະພາ 2022 ໄດ້ຈັດພິທີປິດ ໂດຍການເຂົ້າຮ່ວມຂອງທ່ານ ຄໍາແຫວນ ປັນຍານຸວົງ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງ ບໍລິຄໍາໄຊ, ທ່ານ ສົມພອນ ຈັນທະນາສຸກ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງປາກກະດິງ,  ມີບັນດາທ່ານຕາງໜ້າຈາກພະແນກການ – ກົມກອງ ປະທານຄະນະສະຫະພັນກິລາບານເຕະ ຕະຫຼອດຮອດແຂກຖືກເຊີນ ເຂົ້າຮ່ວມ.

     ໃນພິທີ ທ່ານ ລົມ ແພງສຸກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຂຶ້ນລາຍງານ ຜົນສໍາເລັດຂອງການແຂ່ງຂັນກິລາ – ສີລະປະ ນັກຮຽນມັດທະຍົມສຶກສາ ທົ່ວແຂວງບໍລິຄໍາໄຊ ຄັ້ງທີ 5 ທີ່ເມືອງປາກກະດິງ.

ຜ່ານການແຂ່ງຂັນກິລາ – ສີລະປະເປັນເວລາ 4 ວັນ ສາມາດສະຫຼຸບໄດ້ ຄື: ປະເພດກິລາທີ່ເຂົ້າຮ່ວມການແຂ່ງຂັນທັງໝົດ ມີ 6 ປະເພດ, ມີ 36 ລາຍການ, ປະກອບມີ 7 ຕົວເມືອງ ສົ່ງເຂົ້າຮ່ວມແຂ່ງຂັນ ເຊິງສາມາດສະຫຼຸບປະເພດຫຼຽນໄດ້ ຄື: ເມືອງ ປາກຊັນ 14 ຫຼຽນຄໍາ 8 ຫຼຽນເງິນ ແລະ 13 ຫຼຽນທອງ ລວມ 34 ຫຼຽນ  ໄດ້ອັນດັບທີ 1, ເມືອງ ທ່າພະບາດ 8 ຫຼຽນຄໍາ 9 ຫຼຽນເງິນ ແລະ 4 ຫຼຽນທອງ ລວມ 21 ຫຼຽນ ໄດ້ອັນດັບທີ 2, ເມືອງ ຄໍາເກີດ 7 ຫຼຽນຄໍາ 6 ຫຼຽນເງິນ ແລະ 3 ຫຼຽນທອງ ລວມ 16 ຫຼຽນ ໄດ້ອັນດັບທີ 3, ເມືອງ ປາກກະດິງ 3 ຫຼຽນຄໍາ 6 ຫຼຽນເງິນ ແລະ 6 ຫຼຽນທອງ ລວມ 15 ຫຼຽນ ໄດ້ອັນດັບທີ 4, ເມືອງ ວຽງທອງ 2 ຫຼຽນຄໍາ 4 ຫຼຽນເງິນ ແລະ 3 ຫຼຽນທອງລວມ 8 ຫຼຽນ ໄດ້ອັນດັບທີ 5, ເມືອງ ໄຊຈໍາພອນ 2 ຫຼຽນຄໍາ ແລະ 2 ຫຼຽນທອງ ລວມ 4 ຫຼຽນ ໄດ້ອັນດັບທີ 6, ເມືອງ ບໍລິຄັນ 3 ຫຼຽນເງິນ ແລະ 5 ຫຼຽນທອງ ລວມ 8 ຫຼຽນ ໄດ້ອັນດັບທີ 7.

ຜົນການປະກວດສີລະປະ ປະກອບມີ 6 ຕົວເມືອງສົງເຂົ້າປະກວດ ລວມທັງໝົດ ມີ 12 ບົດຟ້ອນ, ຜ່ານການແຂ່ງຂັນ ອັນດັບທີ 1 ໄດ້ແກ່ ເມືອງຄໍາເກີດ ໃນບົດຟ້ອນ ທ່ອງທ່ຽວລາວມ່ວນຊື່ນຟົດຟື້ນວັດທະນະທໍາລໍ້າເລີດປະເພນີ, ອັນດັບທີ 2 ເມືອງ ປາກກະດິງ ໃນບົດຟ້ອນ ຊົມເຊີຍວັນຊາດທີ 2 ທັນວາ ແລະ ອັນດັບທີ 3 ເມືອງ ທ່າພະບາດ ໃນບົດຟ້ອນ ວັດທະນະທໍາ 3 ພາກ.

ໃນຕອນທ້າຍ ໄດ້ຈັດພິທີ ມອບທຸງງານກິລາ – ສີລະປະ  ໃຫ້ຫ້ອງການສຶກສາທິການ ແລະ ກິລາ ເມືອງວຽງທອງ ເພຶ່ອເປັນເຈົ້າພາບຈັດງານ ຄັ້ງທີ 6 ປີ 2024 ຕໍ່ໄປ.

 

About admin11