ສໍາເລັດກອງປະຊູມຖອດຖອນບົດຮຽນ ເພື່ອພັດທະນາແບບຢືນຍົງ ຂອງ 4 ແຂວງໂຄງການແຜນງານລາວ/030

ກອງປະຊຸມແລກປ່ຽນຖອດຖອນບົດຮຽນ ແລະ ສິ່ງທ້າທ້າຍ ເພື່ອພັດທະນແບບຢືນຍົງ ໄດ້ຈັດຂຶ້ນໃນວັນທີ 4 ແລະ ສໍາເລັດລົງ ໃນວັນທີ 6 ຕຸລາ 2022 ຢູ່ໂຮງແຮມອະມາຣີ ເມືຶອງວັງວຽງ ແຂວງວຽງຈັນ ເປັນປະທານໂດຍທ່ານ ບຸນເສັງ ປະທໍາມະວົງ ຮອງເຈົ້າແຂວງ ປະທານຊີ້ນຳແຜນງານພັດທະນາທ້ອງຖິ່ນ ແຂວງບໍລິຄຳໄຊ ມີກະຊວງ, ທີ່ປຶກສາ ແລະ ຜູ້ປະສານງານໂຄງການ ແຜນງານລາວ/030, ພະແນກການ, ແຂວງ, ເມືອງເປົ້າໝາຍ ຈາກແຂວງບໍລິຄຳໄຊ, ບໍ່ແກ້ວ, ວຽງຈັນ ແລະ ແຂວງຄຳມ່ວນ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການນໍາສະເໜີກ່ຽວກັບ ຈຸດສຳຄັນໃນແຜນພັດທະນາເສດຖະກິດສັງຄົມຄັ້ງທີ 9 ແລະ ແຜນພັດທະນາທ້ອງຖິ່ນ, ການສື່ສານທີ່ມີປະສິດທິພາບໃນອົງການ, ທັກສະການເປັນຜູ້ນຳທີ່ດີແລະການຄຸ້ມຄອງບໍລິການທີ່ດີ, ສະຫຼຸບຜົນການຈັດຕັ້ງປະຕິບັດ ແຜນງານ ລາວ/030 ໃນ 5 ປີຜ່ານມາ ໂດຍໄດ້ຍົກໃຫ້ເຫັນບັນດາຜົນສຳເລັດທີ່ເຮັດໄດ້, ຕີລາຄາດ້ານດີ-ດ້ານອ່ອນ ບົດຮຽນຖອດຖອນໄດ້ ຜ່ານພຶດຕິກຳຕົວຈິງ ແລະ ຂໍ້ສະເໜີແນະ ຈາກ 4 ແຂວງເປົ້າໝາຍ, ພ້ອມນັ້ນ ຜູ້ແທນກອງປະຊຸມ ຍັງໄດ້ແບ່ງກຸ່ມສົນທະນາແລກປ່ຽນບົດຮຽນ ໃນຫຼາຍວຽກງານສຳຄັນ ເປັນຕົ້ນແມ່ນການເຄືອນໄຫວວຽກງານພັດທະນາທີ່ຜ່ານມາ, ປັດຈຸບັນ ແລະ ອານາຄົດຂອງ ສປປ ລາວ, ການພັດທະນາການນໍາໃຊ້ທີ່ດິນຢ່າງຢືນຍົງ, ການພັດທະນາເສດຖະກິດຊຸມຊົນ ກົນໄກສຳຄັນຂອງການພັດທະນາຊົນນະບົດ, ການສ້າງຄວາມເຂັ້ມແຂວງໃຫ້ພາກລັດ, ການສ້າງລາຍຮັບ ແລະປັບປຸງຊີວິດການເປັນຢູ່, ການຄຸມຄອງງົບປະມານການເງິນ, ວຽກງານບໍລິຫານ ແລະ ວຽກງານອື່ນໆ.

ຈຸດປະສົງກອງປະຊຸມ ແມນເພື່ອທົບທວນຂະບວນການຈັດຕັ້ງປະຕິບັດ ແລະ ແລກປ່ຽນບົດຮຽນ ກ່ຽວກັບບັນດາແຜນງານຕ່າງໆ ເພື່ອເຮັດໃຫ້ພາກສ່ວນທີ່ກ່ຽວຂ້ອງ ໄດ້ເຫັນເຖິງໝາກຜົນການດຳເນີນງານ, ການຈັດຕັ້ງປະຕິບັດວຽກແຜນງານລາວ/030, ຍົກໃຫ້ເຫັນເຖິງຈຸດດີ ແລະ ຈຸດທີ່ຄວນໄດ້ປັບປຸງ, ໂອກາດ ແລະ ສິ່ງທ້າທາຍ ໃຫ້ແກ່ການປັບປຸງ ນ້ຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດແຜນງານໃນໄລຍະຕໍ່ໜ້າ ໃຫ້ສາມາດບັນລຸບັນດາຜົນໄດ້ຮັບຕ່າງໆ ຕາມເປົ້າໝາຍທີ່ວາງໄວ້ ໂດຍສະເພາະແມ່ນການສ້າງອາຊີບ, ພື່ນຖານໂຄງລ່າງ ແລະ ການພັດທະນາຊີວິດການເປັນຢູ່ ຂອງພໍ່ແມ່ປະຊາຊົນໃຫ້ດີຂຶ້ນ.

About admins14