ສໍາເລັດກອງປະຊຸຸມໃຫຍ່ ຄັ້ງທີ III ແມ່ຍິງຮາກຖານສະພາປະຊາຊົນແຂວງ

ກອງປະຊຸຸມໃຫຍ່ ຄັ້ງທີ III ແມ່ຍິງຮາກຖານສະພາປະຊາຊົນແຂວງ ໄດ້ຈັດຂຶ້ນໃນວັນທີ 7 ກຸມພາ 2022 ຢູ່ຫ້ອງປະຊຸມຂອງຕົນ ພາຍໃຕ້ການເປັນປະທານຂອງທ່ານ ນາງ ດວງມະນີ ໄຊຍະບັດ ປະທານແມ່ຍິງຮາກຖານສະພາປະຊາຊົນແຂວງ, ເຂົ້າຮ່ວມໂດຍທ່ານ ນາງ ຄໍາປິວ ສີສົມບັດ ກໍາມະການພັກແຂວງ ປະທານສະຫະພັນແມ່ຍິງ ແຂວງ ບໍລິຄໍາໄຊ ແລະ ທ່ານ ໃສຄໍາ ທອງລັດ ກໍາມະການພັກແຂວງ ຄະນະພັກຮາກຖານສະພາປະຊາຊົນແຂວງບໍລິຄໍາໄຊ ມີສະມາຊິກແມ່ຍິງພາຍໃນຮາກຖານ ແລະ ແຂກຖືກເຊີນຈາກແມ່ຍິງຮາກຖານພະແນກການອ້ອມຂ້າງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງບົດລາຍງານການເມືອງທັງສອງພາກ ທີ່ຍົກໃຫ້ເຫັນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງແມ່ຍິງຮາກຖານສະພາປະຊາຊົນແຂວງ ໂດຍໄດ້ຍົກໃຫ້ເຫັນຜົນງານ ແລະ ບາງຂໍ້ຄົງຄ້າງ ທີ່ຕ້ອງໄດ້ນໍາໄປປັບປຸງແກ້ໄຂໃນຕໍ່ໜ້າ.

ຕະຫຼອດໄລຍະ 5 ປີຜ່ານມາ ຄະນະປະທານ ແລະ ສະມາຊິກແມ່ຍິງພາຍໃນຮາກຖານ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານ – ສະມາຊິກແມ່ຍິງພາຍໃນຮາກຖານ ດ້ວຍຫຼາຍຮູບແບບ ເຊັ່ນ: ເຂົ້າຮ່ວມເຊື່ອມຊຶມເອກະສານສໍາຄັນຕ່າງໆຂອງພັກ, ຮັບຟັງການປະຖະກະຖາ ແລະ ຮັບຟັງການໂອລົມຂອງການນໍາຂັ້ນສູງ, ເຮັດໃຫ້ເອື້ອຍນ້ອງແມ່ຍິງພາຍໃນຮາກຖານ ສາມາດຮັກສາໄດ້ຄວາມສາມັກຄີ ຊ່ວຍເຫຼື່ອເຊິງກັນ ແລະ ກັນ, ມີຄວາມອຸ່ນອ່ຽງທຸ່ນທ່ຽງຕໍ່ການຈັດຕັ້ງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ – ລັດ, ເຮັດໜ້າທີ່ການເມືອງ ວຽກງານວິຊາສະເພາະຂອງຕົນ ຕາມການມອບໝາຍຢ່າງມີຜົນສໍາເລັດຫຼາຍດ້ານ ແລະ ເປັນເຈົ້າການປະກອບສ່ວນຢ່າງແຂງແຮງເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຢ່າງເປັນຂະບວນການຟົດຟື້ນ.

ແມ່ຍິງຮາກຖານສະພາປະຊາຊົນແຂວງ ໄດ້ຮັບນາມມະຍົດເປັນຮາກຖານ ແມ່ຍິງ 3 ດີ ຕິດຕໍ່ກັນ 5 ປີ ຊ້ອນ, ໄດ້ຮັບການຍ້ອງຍໍ ຈາກອົງການຈັດຕັ້ງກໍາມະບານ ປະເພດ 1 ມີ 19 ສະຫາຍ, ປະເພດ 2 ຈໍານວນ 8 ສະຫາຍ ແລະ ຮັບການຍ້ອງຍໍຈາກອົງການຈັດຕັ້ງຊາວໜຸ່ມຈໍານວນ 1 ສະຫາຍ ແລະ ໃບຊົມເຊີຍຈໍານວນ 19 ສະຫາຍ.

ຫຼັງຈາກນັ້ນ, ສະມາຊິກແມ່ຍິງພາຍໃນຮາກຖານ ຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະແມ່ຍິງຮາກຖານສະພາປະຊາຊົນແຂວງຊຸດໃໝ່ ແລະ ໃນກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນເລືອກເອົາ ທ່ານ ນາງ ພອນໄຊ ຈັນທະປັນຍາ ເປັນປະທານແມ່ຍິງ ຮາກຖານສະພາປະຊາຊົນແຂວງ ຄັ້ງທີ 3, ທ່ານ ນາງ ນີວອນ ສີດາວັນ ເປັນຮອງປະທານ ແລະ ທ່ານ ນາງ ສີສຸກ ວົງພະຈັນ ເປັນຄະນະ ທັງເປັນຜູ້ກວດກາ.

About admins14