ສໍາເລັດກອງປະຊຸມ ຄົບຄະນະກໍາມະການແນວລາວສ້າງຊາດແຂວງ ຄັ້ງທີ 2 ສະໄໝທີ VII

ກອງປະຊຸມ ຄົບຄະນະກໍາມະການແນວລາວສ້າງຊາດ ແຂວງບໍລິຄຳໄຊ ຄັ້ງທີ 2 ສະໄໝທີ VII ປະຈໍາປີ 2021 ໄດ້ຈັດຂຶ້ນໃນວັນທີ 11 ກຸມພາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນຄໍາ ໄຊເຍ່ຍລໍວື່ ຄະນະປະຈໍາພັກແຂວງ ກໍາມະການສູນກາງແນວລາວສ້າງຊາດ ປະທານແນວລາວສ້າງຊາດແຂວງ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄໍາໄຊ, ມີກໍາມະການແນວລາວສ້າງຊາດແຂວງ, ຄະນະທີ່ປຶກສາ-ຄູ່ຮ່ວມງານແນວລາວສ້າງຊາດ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ບົດໂອ້ລົມຂອງສະຫາຍ ເລາຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງແນວລາວສ້າງຊາດ, ຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງຄະນະກໍາມະການແນວລາວສ້າງຊາດແຂວງ ໃນໄລຍະ 1 ປີຜ່ານມາ ທີ່ຍົກໃຫ້ເຫັນດ້ານດີ, ຜົນສໍາເລັດທີ່ຍາດມາໄດ້ ໂດຍສະເພາະແມ່ນການນໍາພາ-ຊີ້ນໍາ ວຽກງານສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ປະຊາຊົນບັນດາເຜົ່າ, ວຽກງານຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບການແກ້ໄຂຄວາມທຸກຍາກ ແລະ ຂະບວນການປະຕິບັດຂໍ້ແຂ່ງຂັນຕ່າງໆ ຂອງອົງການຈັດຕັ້ງພາຄີ, ການແກ້ໄຂບັນຫາປະກົດການຫຍໍ້ທໍ້ທາງດ້ານຊົນເຜົ່າ, ສາສະໜາ ແລະ ວຽກງານຂະບວນການສ້າງຄອບຄົວ, ບ້ານ ແລະ ເມືອງສາມັກຄີປອງດອງ ກໍ່ໄດ້ມີການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ພ້ອມທັງໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

ກອງປະຊຸມ ເປັນເອກະພາບຮັບຮອງເອົາບັນດາເນື້ອໃນສໍາຄັນ ຄື: ຮັບຮອງເອົາບົດສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັງທີ VII ຂອງຄະນະກໍາມະການແນວລາວສ້າງຊາດແຂວງ ໃນໄລຍະ 1 ປີຜ່ານມາ ແລະ ເຫັນດີສືບຕໍ່ປັບປຸງແກ້ໄຂບັນດາຈຸດອ່ອນຂໍ້ຄົງຄ້າງ ກ່ຽວກັບວຽກງານແນວໂຮມ ເປັນຕົ້ນແມ່ນເພີ່ມທະວີວຽກງານສຶກສາອົບຮົມການເມືອງແນວຄິດ, ປັບປຸງແບບແຜນວິທີເຮັດວຽກຂອງຄະນະກໍາມະການແນວລາວສ້າງຊາດແຕ່ລະຂັ້ນ ໃຫ້ດີຂຶ້ນເທື່ອລະກ້າວ, ເປັນເອກະພາບຮັບຮອງເອົາທິດທາງແຜນການ, ຄາດໝາຍສູ້ຊົນ 1 ປີຕໍ່ໜ້າ ແລະ ເຫັນດີຮັບຮອງເອົາການສະເໜີແຕ່ງຕັ້ງຄະນະກໍາມະການແນວລາວສ້າງຊາດແຂວງ ເພີ່ມເຕີມຈໍານວນ 1 ທ່ານ.

ເພື່ອເປັນການຍ້ອຍໍຊົມເຊີຍກົມກອງ ແລະ ບຸກຄົນ ທີ່ມີຜົນງານດີເດັ່ນ ຍັງໄດ້ມີພິທີມອບໃບຊົມເຊີຍຂອງທ່ານເຈົ້າແຂວງບໍລິຄໍາໄຊ ຈໍານວນ 4 ໃບ ແລະ ໃບຂອບໃຈ ຈໍານວນ 9 ໃບ ໃຫ້ແກ່ກົມກອງ ແລະ ບຸກຄົນທີ່ໄດ້ອຸປະຖໍາກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງບໍລິຄໍາໄຊ ຄັ້ງທີ VII, ໃຫ້ກຽດມອບໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ.

About admins14