ຈັດອົບຮົມ ສ້າງຄວາມເຂັ້ມແຂງ ໃຫ້ກອງທຶນສິນເຊື່ອຂັ້ນບ້ານ ເປົ້າໝາຍແຜນງານລາວ/030

ເພື່ອເຮັດໃຫ້ການບໍລິຫານ, ການຄຸ້ມຄອງ ວຽກງານກອງທຶນສິນເຊື່ອ ໃນ 27 ບ້ານເປົ້າໝາຍ ຂອງເມືອງຄຳເກີດ ແຂວງບໍລິຄຳໄຊ ໃຫ້ມີຄວາມຢືນຍົງ ມາໃນວັນທີ 2 ພະຈິກ 2020 ຢູ່ສູນວັດທະນະທຳເດັກເມືອງ ໄດ້ຈັດກອງປະຊູມຝືກອົມຮົມການຄຸ້ມຄອງກອງທຶນສິນເຊື່ອຂັ້ນບ້ານ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແກ່ຄະນະກອງທຶນສິນເຊື່ອບ້ານເປົ້າໝາຍ ຂອງແຜນງານລາວ/030 ຊຸດທີ 2 ຂຶ້ນ ໂດຍການເປັນປະທານຂອງທ່ານ ສົມໃຈ ແກ້ວສຸວັນ ຮອງເຈົ້າເມືອງຄຳເກີດ, ມີບັນດາຄະນະບໍລິຫານສະຫະພັນແມ່ຍິງແຂວງ, ເມືອງ, ຄູຝືກມາຈາກສະມາຄົມການເງິນຈຸລະພາກ  ແລະ ຄະນະກອງທຶນເຊື່ອບ້ານເປົ້າໝາຍແຜນງານລາວ/030 ເຂົ້າຮ່ວມ.

             ການຈັດຝືກອົບຮົມດັ່ງກ່າວແມ່ນໄດ້ຈັດແບ່ງອອກເປັນ 4 ຊຸດ. ພິທີຝືກອົບຮົມຊຸດທີ 2 ນີ້ເຊິ່ງປະກອບມີ ບ້ານນາປ່າຫວ້າ, ປຸ່ງປ່າຕາວ, ນາເດື່ອ, ດົງບັງ, ຄຳມ່ວນ ແລະ ຊໍາເຕີຍ. ຊຸດອົບຮົມນີ້ຈະໄດ້ດຳເນີນໄປເປັນເວລາ 4 ວັນ ແຕ່ 2-5 ພະຈິກ 2020 ໂດຍເນັ້ນໃສ່ວຽກງານການຄຸ້ມຄອງກອງທຶນ, ການຈັດເກັບດອກເບ້ຍ, ການປ່່ອຍສິນເຊື່ອ ເພື່ອເຮັດໃຫ້ຜູ້ຄຸ້ມຄອງກອງທຶນນັ້ນຮູ້ຈັດການລະບົບກອງທຶນໃຫ້ເຂົ້າສູ່ລະບົບ ແລະ ຢືນຍົງ.

ໃນພິທີ ທ່ານ ສົມໃຈ ແກ້ວສຸວັນ ໄດ້ກ່າວເປີດກອງປະຊູມຝືກອົມຮົມສ້າງຄວາມເຂັ້ມແຂງ ໃຫ້ແກ່ຄະນະກອງທືນສິນເຊື່ອບ້ານເປົ້າໝາຍຂອງແຜນງານລາວ/030 ແລະ ທ່ານໄດ້ຮຽກຮ້ອງໃຫ້ບັນດາເລຂາພັກບ້ານ, ອົງການປົກຄອງບ້ານ, ຄະນະກອງທຶນສິນເຊື່ອບ້ານ ຈົ່ງພ້ອມໃຈກັນເພີ່ມທະວີເສີມຂະຫຍາຍສະຕິປັນຍາ ແລະ ຕັ້ງໃຈຖອດຖອນເອົາບົດຮຽນ, ວິທີການ, ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ເລິກເຊິ່ງ ເພື່ອແນໃສ່ນຳໄປຈັດຕັ້ງປະຕິບັດໃຫ້ໄດ້ບັນລຸຜົນສຳເລັດ ຕາມລະດັບຄາດໝາຍທີ່ໄດ້ກຳນົດໄວ້.

About admins14