ສ້າງຄວາມເຂັ້ມແຂງໃຫ້ຄູຝຶກຂັ້ນເມືອງ ໃນການຜະລິດກະສິກໍາໃນສະຖານການສຶກສາ

ໃນຕອນເຊົ້າຂອງວັນທີ 16 ມີນາ 2021 ຢູ່ຫ້ອງປະຊຸມສູນ ICT ແຂວງບໍລິຄໍາໄຊ ໄດ້ເປີດການຝຶກອົບຮົມສ້າງຄູຝຶກວຽກງານ ການຜະລິດກະສິກໍາ ໃນສະຖານການສຶກສາຂື້ນ ໃຫ້ກຽດເປັນປະທານຂອງທ່ານ ໂພເພັດ ກຸນນາວົງ ຮອງຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງບໍລິຄໍາໄຊ, ມີທ່ານ ວົງສອນ ພູມະນີວົງ ຮອງຫົວໜ້າສູນຮຽນຮ່ວມກະຊວງສຶກສາທິການ ແລະ ກິລາ, ມີຕາງໜ້າຈາກ 6 ຕົວເມືອງເຂົ້າຮ່ວມ ຫ້ອງການສຶກສາທິການ ແລະ ກິລາເມືອງປາກຊັນ, ບໍລິຄັນ, ທ່າພະບາດ, ປາກກະດິງ, ວຽງທອງ ແລະ ຄໍາເກີດເຂົ້າຮ່ວມ.

ຜູ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ຈະໄດ້ຮຽນຮູ້ ນິຕິກໍາວຽກງານອາຫານທ່ຽງໃນໂຮງຮຽນ ແລະ ການຜະລິດກະສິກໍາຂອງໂຮງຮຽນ, ຄວາມຮູ້ພື້ນຖານດ້ານໂພຊະນາການ, ສຸຂະພິບານ ແລະ ສຸຂະອະນາໄມ, ແນວຄວາມຄິດການຜະລິດກະສິກໍາ, ເຕັກນິກການປູກພືດທີ່ບໍ່ໃຊ້ສານເຄມີ, ເຕັກນິກການປູກພືດຜັກຕ່າງໆ, ເຕັກນິກການເຮັດຝຸ່ນບົ່ມແຫ້ງ ວິທີເກັບຮັກສາ ແລະ ນໍາໃຊ້, ເຕັກນິກການເຮັດຝຸ່ນບົ່ມນໍ້າ ວິທີເກັບຮັກສາ ແລະ ນໍາໃຊ້, ເຕັກນິກການລ້ຽງສັດຂະໜາດນ້ອຍ (ກົບ, ປາ ເປັດ ແລະ ໄກ່). ພາຍຫຼັງສຳເລັດການຝຶກອົບຮົມ ຕ້ອງໄດ້ພ້ອມກັນເອົາໄປເຜີຍແຜ່ຈັດຕັ້ງປະຕິບັດພາຍໃນເມືອງຂອງຕົນ.

About admins16