ສ່ວຍສາອາກອນແຂວງ ສະຫຼຸບວຽກງານ ປະຈຳປີ 2021

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນທົ່ວແຂວງ ປະຈຳປີ 2021 ແລະ ທິດທາງແຜນການ 2022 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 03 ກຸມພາ 2022 ຢູ່ຫ້ອງປະຊຸມຂອງສ່ວຍສາອາກອນປະຈຳແຂວງບໍລິຄຳໄຊ ໂດຍພາຍໃຕ້ການເປັນປະທານຂອງທ່ານ ແສງຈັນ ຄຳປະເສີດ ຫົວໜ້າສ່ວຍສາອາກອນປະຈຳແຂວງບໍລິຄຳໄຊ, ມີຄະນະສ່ວຍສາອາກອນແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ, ຫົວໜ້າຫ້ອງການອາກອນປະຈຳເມືອງ ພ້ອມດ້ວຍພະນັກງານລັດຖະກອນພາຍໃນ ເຂົ້າຮ່ວມ.

ການຈັດຕັ້ງປະຕິບັດແຜນລາຍຮັບເຂົ້າງົບປະມານປີ 2021 ເປັນບາດກ້າວເລີ່ມຕົ້ນປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ V ຂອງແຜນ ( 2021 2025 ) ແລະ ເປັນປີທຳອິດຂອງການຜັນຂະຫຍາຍວາລະແຫ່ງຊາດ ວ່າດວ້ຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ເຊິ່ງຍັງສືບຕໍ່ມີຄວາມຫຍຸ້ງຍາກ ໂດຍສະເພາະແມ່ນແຂວງບໍລິຄຳໄຊ ກໍ່ຍັງໄດ້ຮັບຜົນກະທົບຈາກໄພທຳມະຊາດ, ການແຜ່ລະບາດໂຄວິດ – 19 ກະທົບຫຼາຍສົມຄວນ.

ແຕ່ເຖິງຢ່າງໃດກໍ່ຕາມ ສ່ວຍສາອາກອນຂອງແຂວງ ກໍ່ໄດ້ຄົ້ນຄວ້າ ແລະ ວາງມາດຕະການ ເພື່ອເພີ່ມທະວີການຄຸ້ມຄອງຈັດເກັບລາຍຮັບ ເຂົ້າງົບປະມານໃຫ້ຮັດກຸມ, ຜ່ານການຈັດຕັ້ງປະຕິບັດ ສາມາດສັງລວມໄດ້ຄື: ປະຕິບັດເກັບລາຍຮັບໄດ້ທັງໝົດ 171,464 ຕື້ກີບ ເທົ່າກັບ 88,50 % ເພີ່ມຂຶ້ນຈາກປີຜ່ານມາ 12,27%, ຂັ້ນແຂວງ ປະຕິບັດໄດ້ 136,776 ຕື້ກີບ, ເທົ່າກັບ 85,55%, ຂັ້ນເມືອງ ປະຕິບັດໄດ້ 34,735 ຕື້ກີບ ເທົ່າກັບ 102,88%.

ທົ່ວແຂວງມີພາຫະນະທັງໝົດ 47,206 ຄັນ, ໃນນັ້ນ ລົດຈັກ 38,615 ຄັນ, ລົດໃຫຍ່ 8,591 ຄັນ, ຜ່ານການຈັດເກັບຄ່າທຳນຽມທາງ ໄດ້ທັງໝົດ 4,573 ຄັນ, ໃນນັ້ນ ລົດຈັກ 1,108 ຄັນ, ລົດໃຫຍ່ 3,465 ຄັນ, ເປັນເງິນ 1,150 ຕື້ກີບ, ເທົ່າກັບ 55,19%, ມີຕອນດິນທັງໝົດ 100,563 ຕອນ, ເກັບລາຍຮັບໄດ້ 5,399 ຕື້ກີບ, ເທົ່າກັບ 97,29%, ໃນນີ້ ມອບຜ່ານລະບົບທະນາຄານໄດ້ 6,037 ຕື້ກີບ ກວມເອົາ 6,00% ເປັນເງິນ 0,463 ຕື້ ກີບ, ທົ່ວແຂວງມີປ້ຳນ້ຳມັນທັງໝົດ 102 ປ້ຳ, ມີຫົວຈ່າຍທັງໝົດ 481 ຫົວຈ່າຍ, ຄຸ້ມຄອງຈັດເກັບຕາມລາຄາໂຄງສາງໄດ້ທັງໝົດ 0,563 ຕື້ກີບ.

ສຳລັບທິດທາງແຜນການໃນຕໍ່ໜ້າ ການສ້າງແຜນລາຍຮັບປີ 2022 ຕາມການແຈ້ງຕົວເລກຂອງລັດຖະມົນຕີກະຊວງການເງິນ, ລົງວັນທີ 16 ທັນວາ 2021 ທັງໝົດ 207,014.59 ຕື້ກີບ ໃນນີ້ ລາຍຮັບສ່ວຍສາອາກອນ ທັງໝົດ 200 ຕື້ກີບ, ລາຍຮັບຈາກຊັບສິນ 7,014.59 ຕື້ກີບ, ຂັ້ນແຂວງ 166,338 ຕື້ກີບ ແລະ ຂັ້ນເມືອງ 40,676 ຕື້ກີບ, ສືບຕໍ່ສົມທົບກັບຄະນະພັກຮາກຖານພະແນກການເງິນແຂວງ ດໍາເນີນປັບປຸງກົງຈັກການຈັດຕັ້ງສ່ວຍສາອາກອນຂັ້ນແຂວງ ແລະ ເມືອງ ໂດຍບັນຈຸ ຊັບຊ້ອນຈັດວາງພະນັກງານໃສ່ວຽກໃຫ້ເໝາະສົມ ແລະ ບຳລຸງສ້າງພະນັກງານສ່ວຍສາອາກອນ ໃຫ້ມີຄວາມເຂັ້ມແຂງດ້ານການຈັດຕັ້ງ, ດ້ານການເມືອງ – ແນວຄິດ ແລະ ດ້ານວິຊາສະເພາະ ໃຫ້ມີປະສິດທິພາບ.

About admins16