ສ່ວຍສາອາກອນປະຈຳແຂວງ ປະເມີນຜົນການປະຕິບັດວຽກງານພະນັກງານ-ລັດຖະກອນ ປະຈຳປີ 2021

ໃນຕອນເຊົ້າຂອງວັນທີ 10 ທັນວາ 2021 ຢູ່ຫ້ອງປະຊຸມຂອງສ່ວຍສາອາກອນປະຈຳແຂວງບໍລິຄຳໄຊ ໄດ້ເປີດບັ້ນດຳເນີນການປະເມີນຜົນ ການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ປະຈຳປີ 2021 ຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ແສງຈັນ ຄຳປະເສີດ ຫົວໜ້າສ່ວຍສາອາກອນປະຈຳແຂວງ, ມີຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ພະນັກງານ-ລັດຖະກອນພາຍໃນສ່ວຍສາອາກອນປະຈຳແຂວງ ເຂົ້າຮ່ວມ.

ໃນພິທີ ໄດ້ເຜີຍແຜ່ດຳລັດ ເລກທີ 300/ລບ ລົງວັນທີ 13 ກັນຍາ 2017 ວ່າດ້ວຍການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ, ຈຸດປະສົງຂອງດຳລັດສະບັບນີ້ ກໍ່ເພື່ອເຮັດໃຫ້ວຽກງານດັ່ງກ່າວ ດຳເນີນຢ່າງເປັນລະບົບ, ຖືກຕ້ອງ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ ຮັບປະກັນຄວາມເປັນເອກະພາບ ແລະ ຖືກຕ້ອງກັບຄວາມເປັນຈິງ ແນໃສ່ເຮັດໃຫ້ວຽກງານການປະເມີນຜົນ ແລະ ຄຸ້ມຄອງຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ໃນຂອບເຂດທົ່ວປະເທດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

ການປະເມີນນີ້ ມີ 2 ແບບ ຄື: ການປະເມີນຜົນປົກກະຕິ ແມ່ນການຕີລາຄາຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ເປັນປະຈຳໜຶ່ງປີ ຕໍ່ໜຶ່ງຄັ້ງ ແລະ ການປະເມີນຜົນສະເພາະ ແມ່ນການຕີລາຄາກ່ອນການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງໃໝ່, ກ່ອນຍົກຍ້າຍໄປຮັບໜ້າທີ່ໃໝ່ ແລະ ກ່ອນສິ້ນສຸດ ຫຼື ພາຍຫຼັງ ສຳເລັດການປະຕິບັດໜ້າທີ່ວຽກງານໃດໜຶ່ງ ໂດຍມີມາດຕະການວັດແທກ.

ລະດັບການປະເມີນຜົນ 3 ເນື້ອໃນຄື: ດ້ານຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ດ້ານຄວາມຮູ້ຄວາມສາມາດ ແລະ ປະສົບການ, ດ້ານຜົນສຳເລັດ ໃນການປະຕິບັດໜ້າທີ່ວຽກງານ ເຊິ່ງຕ້ອງໄດ້ແຕ່ງຄະນະຊີ້ນຳ ຄະນະວິຊາການປະເມີນຜົນໃນການດຳເນີນ.

ສຳລັບເງື່ອນໄຂຂອງຜູ້ຖືກປະເມີນ ຕ້ອງເປັນລັດຖະກອນສົມບູນ ທີ່ປະຈຳການຢູ່ພາຍໃນ, ປະຈຳການປົກກະຕິຢ່າງໜ້ອຍ 9 ເດືອນ ຂອງຮອບການປະເມີນ ກ່ອນການແຕ່ງຕັ້ງ, ກ່ອນການຍົກຍ້າຍ ຫຼື ສຳເລັດວຽກງານໃດໜຶ່ງ ແລະ ບໍ່ຢູ່ໃນໄລຍະຖືກມາດຕະການທາງວິໄນ. ດຳລັດສະບັບນີ້ມີທັງໝົດ 7 ໝວດ 29 ມາດຕາ.

ໃນພິທີ ຍັງໄດ້ເຊື່ອມຊຶມມະຕິສະບັບເລກທີ 04/ຄບສພ ລົງວັນທີ 30 ກັນຍາ 2021 ວ່າດ້ວຍການເພີ່ມທະວີການນຳພາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງວຽກງານພະນັກງານ, ຄຳສັ່ງຂອງທ່ານເຈົ້າແຂວງບໍລິຄຳໄຊ ເລກທີ 12/ຂບຊ ລົງວັນທີ 7 ສິງຫາ 2019 ວ່າດ້ວຍການເພີ່ມທະວີຈັດຕັ້ງປະຕິບັດດຳລັດຂອງລັດຖະບານກ່ຽວກັບຈັນຍາບັນຂອງພະນັກງານ-ລັດຖະກອນ ແລະ ຄຳແນະນຳການຈັດຕັ້ງປະຕິບັດວຽກງານ ການປະເມີນຜົນການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ເລກທີ 06/ພນ, ລົງວັນທີ 02 ພຶດສະພາ 2018.

ຈາກນັ້ນ ໄດ້ມີການດຳເນີນການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ປະຈຳປີ 2021 ເພື່ອເປັນການຕີລາຄືນເຖິງຜົນງານຂອງຕົນໃນການຈັດຕັ້ງປະຕິບັດວຽກງານໃນໄລະຍະຜ່ານມາ.

About admins16