ສູນລວມຄຣິດຕະຈັກຂ່າວປະເສີດ ປະກອບສ່ວນບັນເທົາທຸກ 20 ລ້ານກີບ ໃຫ້ແຂວງບໍລິຄຳໄຊ

ເພື່ອເປັນການປະກອບສ່ວນຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວທຸກຍາກຢູ່ພາຍໃນແຂວງບໍລິຄຳໄຊ, ໃນຕອນເຊົ້າຂອງວັນທີ 9 ມີນາ 2022 ຢູ່ຫ້ອງຮັບຮອງແຂວງບໍລິຄຳໄຊ ທ່ານ ສາສະດາຈານ ຄໍາແດງ ກຸນທະປັນຍາ ອາຈານໃຫຍ່ຄິຣດຕະຈັກຂ່າວປະເສີດ ປະທານບໍລິຫານສູນລວມຄຣິດຕະຈັກຂ່າວປະເສີດ ສປປ ລາວ ໄດ້ນໍາເອົາຜ້າຫົ່ມ 100 ຊຸດ ( 10 ເປົາໃຫຍ່ ) ມູນຄ່າ 20 ລ້ານກີບ ມາມອບໃຫ້ແຂວງບໍລິຄຳໄຊ, ຕາງໜ້າຮັບໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ໂດຍມີຄະນະທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ໃນໂອກາດ​ນີ້ ທ່ານເຈົ້າແຂວງ ຍັງໄດ້ກ່າວຄຳຂອບໃຈ ແລະ ສະແດງຄວາມຍ້ອງຍໍຊົມເຊີຍສູນລວມຄຣິດຕະຈັກຂ່າວປະເສີດ ທີ່ເຫັນໄດ້ເຖິງຄວາມສຳຄັນຂອງປະຊາຊົນທີ່ຍັງທຸກຍາກ ແລະ ໄດ້ນຳເຄື່ອງມາມອບໃຫ້ໃນຄັ້ງນີ້.

ເພື່ອເປັນການຍ້ອງຍໍສັນລະເສີນ ແລະ ເປັນການຍັ້ງຢືນຕໍ່ຜົນງານຄວາມດີ ທ່ານເຈົ້າແຂວງ ໄດ້ມອບໃບຊົມເຊີຍ ໃຫ້ແກ່ທ່ານ ສາສະດາຈານ ຄໍາແດງ ກຸນທະປັນຍາ ທີ່ມີຜົນງານໃນການປະກອບສ່ວນໃນຄັ້ງນີ້.

 

About admin11