ສູນກາງສະຫະພັນແມ່ຍິງລາວ ສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 111 ປີ ຢູ່ແຂວງບໍລິຄໍາໄຊ

ພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 111 ປີ ( 8 ມີນາ 1910 – 8 ມີນາ 2021 ) ຂອງສູນກາງສະຫະພັນແມ່ຍິງລາວ ຢູ່ແຂວງບໍລິຄໍາໄຊ ພາຍໃຕ້ຫົວຂໍ້ “ ການເປັນຜູ້ນຳແມ່ຍິງຍຸກໃໝ່ ” ໄດ້ຈັດຂຶ້ນໃນວັນທີ 18 ມີນາ 2021 ຢູ່ສະໂມສອນແຂວງ ໃຫ້ກຽດເປັນປະທານ ແລະ ຫວນຄືນມູນເຊື້ອ ໂດຍ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ ແລະ ທ່ານ ນາງ ມາຣຽມ ເອຄານ ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ, ມີຄະນະສະຫະພັນແມ່ຍິງແຂວງ, ປະທານແມ່ຍິງຮາກຖານ, ສະມາຊິກແມ່ຍິງ ແລະ ແຂກຖືກເຊີນຈາກພາກສ່ວນຕ່າງໆ ເຂົ້າຮ່ວມ.

ທ່ານ ນາງ ອິນລາວັນ ແກ້ວບຸນພັນ ໄດ້ຍົກໃຫ້ເຫັນຈຸດປະສົງຂອງການເຕົ້າໂຮມກັນມື້ນີ້ ແມ່ນເພື່ອພ້ອມກັນ ສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 111 ປີ ເປັນການລະນຶກ ແລະ ຮູ້ບຸນຄຸນເຖິງເອື້ອຍນ້ອງແມ່ຍິງ ຊາວຜູ້ອອກແຮງງານ ທີ່ຍອມເສຍສະຫຼະຊີວິດເລືອດເນື້ອຮ່ວມກັນເດີນຂະບວນປະທ້ວງນັບແຕ່ປີ 1899 ເຖິງປີ 1909 ເປັນຫຼາຍໆຄັ້ງ ເຖິງຈະຖືກປາບປາມຈັບກຸມທໍລະມານລົ້ມຕາຍ ກໍ່ບໍ່ສາມາດຢຸດຢັ້ງຂະບວນດັ່ງກ່າວໄດ້.

ປີ 1910 ຂະບວນຕໍ່ສູ້ຂອງແມ່ຍິງໄດ້ແຜ່ຂະຫຍາຍກວ້າງອອກໄປສູ່ປະເທດນາຍທຶນໃນທົ່ວໂລກ ເພື່ອທວງເອົາຄວາມຍຸຕິທໍາ, ຄວາມສະເໝີພາບ ມາສູ່ແມ່ຍິງ ແລະ ເດັກນ້ອຍ, ວັນທີ 8 ມີນາ ແມ່ນເຫດການທາງເມືອງທີ່ສໍາຄັນ, ເປັນຂີດໝາຍແຫ່ງໄຊຊະນະອັນພື້ນຖານ ຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທໍາ ໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບ ປະຊາທິປະໄຕ ຄືກັນກັບຜູ້ຊາຍ, ທວງໃຫ້ພວກນາຍທຶນ ແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄໍາຂວັນ: “ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍ ເຮັດວຽກຄືກັນ ຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປົກປັກຮັກສາ ສັນຕິພາບຂອງໂລກ”.

ພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 111 ປີໃນຄັ້ງນີ້ ຍັງໄດ້ຮັບຟັງການປະກອບຄຳເຫັນ ຈາກທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ, ທ່ານ ນາງ ມາຣຽມ ເອຄານ ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ແລະ ພາກສ່ວນຕ່າງໆ.

ຈຸດປະສົງຂອງການປາຖະກະຖາໃນຄັ້ງນີ້ ເປັນການຈັດຕັ້ງຜັນຂະຫຍາຍມະຕິ, ຄຳສັ່ງຂອງຂັ້ນເທິງ ໃຫ້ເຂົ້າສູ່ລວງເລິກ, ຕົວຈິງ ເຮັດໃຫ້ພະນັກງານ-ລັດຖະກອນໃນຂົງເຂດຕ່າງໆ ພາຍໃນແຂວງບໍລິຄຳໄຊ ໂດຍສະເພາະແມ່ນສະມາຊິກແມ່ຍິງໄດ້ຮັບຮູ້, ເຂົ້າໃຈ ຕໍ່ຜົນງານການເຄື່ອນໄຫວຂອງແມ່ຍິງໃນເວທີສາກົນ ແລະ ແມ່ຍິງລາວ ທີ່ໄດ້ປະກອບສ່ວນອັນສຳຄັນ ໃນການພັດທະນາເສດຖະກິດ-ສັງຄົມຕະຫຼອດໄລຍະຜ່ານມາ, ເພື່ອພ້ອມກັນຕັ້ງໜ້າປະກອບສ່ວນແຮງກ້າ ເຂົ້າໃນການປະຕິບັດໜ້າວຽກງານ ທີ່ໄດ້ຮັບມອບໝາຍ ໃຫ້ມີຜົນສຳເລັດຍີ່ງໃຫຍ່ກວ່າເກົ່າ.

About admins14